Homeຂ່າວພາຍໃນTIKA ມອບເຄື່ອງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ​ລະ​ດູ​ຮ້ອນ

TIKA ມອບເຄື່ອງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ​ລະ​ດູ​ຮ້ອນ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບລັດຖະບານຕວັກກີ (TIKA) ໄດ້ນໍາເອົາເຄື່ອງອຸປະໂພກ, ບໍລິໂພກ ແລະ ນໍ້າດື່ມ ເພື່ອນໍາໄປຊ່ວຍເຫຼືອບັນເທົາທຸກປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກໃນຕອນແລງວັນທີ 22 ມີນາຜ່ານມາ, ໃນວັນທີ 31 ມີນາ ນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດມອບໂດຍທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ ແລະ ທ່ານນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕັວກກີປະຈໍາ ສປປ ລາວ ຮັບໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີຄະນະກຳມະການຄຸ້ມຄອງໄພພິບັດ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີເຄື່ອງອຸປະໂພກ, ບໍລິໂພກ ແລະ ນໍ້າດື່ມ ມູນຄ່າ 400 ລ້ານກີບ, ໂອກາດນີ້, ທ່ານຮອງປະທານຄະນະກຳມະການປົກຄອງ ນວ ຕາງໜ້າໃຫ້ການນໍາ ນວ ກໍຄືຄະນະຄຸ້ມຄອງໄພພິບັດຂັ້ນ ນວ ສະແດງຄວາມຂອບໃຈມາຍັງ ສສຍລ ແລະ ລັດຖະບານຕວັກກີ ທີ່ໄດ້ນໍາເອົາວັດຖຸປັດໄຈມາມອບໃຫ້ ນວ ຄັ້ງນີ້, ເພື່ອນໍາໄປຊ່ວຍເຫຼືອບັນເທົາທຸກປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກ ໃນຕອນແລງວັນທີ 22 ມີນາ 2026 ມາຮອດປັດຈຸບັນໄດ້ມີຫຼາຍພາກ ສ່ວນທັງພາກລັດ, ກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນຂັ້ນແຂວງ, ເມືອງ, ພະແນກການ, ຫົວໜ່ວຍທຸລະກິດ, ບຸກຄົນ ແລະ ນິຕິບຸກຄົນໄດ້ໃຫ້ການຊ່ວຍເຫຼືອວັດຖຸເງິນ, ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ເພື່ອໄປຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ. ຮຽກຮ້ອງໃຫ້ທົ່ວສັງຄົມ ສືບຕໍ່ໃຫ້ການຊ່ວຍເຫຼືອເຂົາເຈົ້າຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments