Homeຂ່າວພາຍໃນເພີ່ມຄວາມຮູ້ ກົນໄກການເງິນໄລຍະສັ້ນ ແລະ ການປະມູນແບບແຂ່ງຂັນ

ເພີ່ມຄວາມຮູ້ ກົນໄກການເງິນໄລຍະສັ້ນ ແລະ ການປະມູນແບບແຂ່ງຂັນ

ກົມຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດຊຸດຝຶກອົບຮົມ ໃນຫົວຂໍ້ “ກົນໄກການເງິນໄລຍະສັ້ນ ແລະ ການປະມູນແບບແຂ່ງຂັນ (Bridge Financing & Competitive Tendering)” ໃນລະຫວ່າງວັນທີ 31 ມີນາ ຫາ 1 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ອັກສອນ ຄຳສະຫວັດ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ(ກຄວ), ມີຜູ້ຈັດການໂຄງການອໍານວຍຄວາມສະດວກດ້ານພະລັງງານທົດແທນ, ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ແລະ ສຳມະນາກອນ ເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງສະພາບຄ່ອງ, ຕອບສະໜອງຄວາມຕ້ອງການດ້ານງົບປະມານ ແລະ ການເງິນໃຫ້ທັນການ, ເພີ່ມມູນຄ່າຊັບສິນ ຊ່ວຍໃຫ້ລັດຖະບານ ມີເວລາພຽງພໍໃນການຈັດຕັ້ງ ຂະບວນການປະມູນ ທີ່ມີຄວາມໂປ່ງໃສ ແລະ ສາມາດແຂ່ງຂັນໄດ້, ຫລີກເວັ້ນຄວາມສ່ຽງ ເພື່ອປ້ອງກັນການຂາຍຊັບສິນໃນລາຄາທີ່ຕໍ່າກວ່າທ້ອງຕະຫລາດ ຊຶ່ງອາດເກີດຈາກຄວາມກົດດັນດ້ານເວລາ ຫລື ຄວາມຟ້າວຟັ່ງ.

ໂອກາດນີ້, ປະທານກອງປະຊຸມຮຽກຮ້ອງໃຫ້ບັນດາສຳມະນາກອນ ເອົາໃຈໃສ່ແລກປ່ຽນບົດ ຮຽນ, ປະສົບການຕົວຈິງຈາກຂະແໜງການຂອງຕົນ ແລະ ສຸມໃສ່ປະກອບຄຳເຫັນທີ່ເປັນປະໂຫຍດ ເພື່ອນຳໄປປັບປຸງກົນໄກຕ່າງໆ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ບັນລຸວິໄສທັດຂອງລັດຖະບານ ໃຫ້ມີປະສິດທິຜົນສູງສຸດ.

ຂ່າວ-ພາບ: ກົມຄຸ້ມຄອງວິສາຫະກິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments