Homeຂ່າວຕ່າງປະເທດເຊື່ອມໂຍງທ່າແຮງບົ່ມຊ້ອມຕາມແນວທາງເສດຖະກິດຕາເວັນອອກ-ຕາເວັນຕົກ

ເຊື່ອມໂຍງທ່າແຮງບົ່ມຊ້ອມຕາມແນວທາງເສດຖະກິດຕາເວັນອອກ-ຕາເວັນຕົກ

ການເຊື່ອມໂຍງທ່າແຮງບົ່ມຊ້ອມຊຸກຍູ້ການພັດທະນາການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຕາມ ແນວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) ແມ່ນເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດ ນາມ – ລາວໃຫ້ປະສົບຜົນສຳເລັດເປັນຢ່າງທ່ອງແທ້ ຊຶ່ງໃນວັນທີ 3 ເມສາ 2026 ທີ່ຈະມາເຖິງນີ້, ຢູ່ທີ່ນະຄອນປາກເຊ ຈະມີພິທີເປີດ “ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເພື່ອຊຸກ ຍູ້ການເຊື່ອມຕໍ່ EWEC2026” ຢ່າງເປັນທາງການ, ຈັດຂຶ້ນໂດຍຄະນະກໍາມະການປະຊາຊົນນະຄອນດານັງ, ສະຖານ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳປາກເຊ ແລະ ອົງການປົກຄອງແຂວງຈຳປາສັກ.

ກອງປະຊຸມທີ່ຈະຈັດຂຶ້ນນີ້, ແມ່ນເຫດການການຮ່ວມມືເສດຖະກິດທີ່ພົ້ນເດັ່ນ ຊຶ່ງຈະຈັດຂຶ້ນໃນສະພາບການ ທີ່ສອງປະເທດກຳລັງສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍພັດທະນາໃນໄລຍະໃໝ່; ພ້ອມກັນນັ້ນ, ຍັງເປັນການເປີດ ກວ້າງການຮ່ວມມືໃຫ້ແກ່ບັນດາທ້ອງຖິ່ນໃນທົ່ວແນວທາງ EWEC. ກອງປະຊຸມດັ່ງກ່າວ, ຄາດວ່າຈະດຶງດູດຄະນະ ຜູ້ແທນເຂົ້າຮ່ວມປະມານ 400 ທ່ານຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງຂອງສອງປະເທດພ້ອມດ້ວຍ 12 ທ້ອງຖິ່ນຂອງຫວຽດນາມ, ການນຳຂອງແຂວງພາກກາງ ແລະ ພາກໃຕ້ຂອງລາວ, ແຂວງອຸບົນລາດຊະທານີ ຣາຊະ ອານາຈັກໄທ. ການເຂົ້າຮ່ວມຢ່າງຫຼວງຫຼາຍຂອງບັນດາວິສາຫະກິດ ແລະ ອົງການການທູດໃນກອງປະຊຸມຄັ້ງນີ້ຍັງຈະ ເປັນການຢືນຢັນເຖິງທີ່ຕັ້ງຍຸດທະສາດຂອງແນວທາງໃນການເຊື່ອມໂຍງເສດຖະກິດພາກພື້ນ.

ກອງປະຊຸມຈະເນັ້ນສູ່ຄວາມເປັນຈິງ ກໍຄືຈາກການປຶກສາຫາລືສູ່ການປະຕິບັດຕົວຈິງ ຊຶ່ງກອງປະຊຸມນີ້ເປັນເວ ທີປຶກສາຫາລືໂດຍຈະສຸມໃສ່ການສົນທະນາທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຜ່ານ 2 ຫົວຂໍ້ປຶກສາຫາລືຄື: “ປະຕູສູ່ຕະຫຼາດພາກໃຕ້ – ພາກກາງຂອງລາວ” ແລະ “ການຊຸກຍູ້ການຮ່ວມມືຂ້າມແດນ”. ໃນທີ່ນີ້, ຕົວແທນຈາກອົງ ການປົກຄອງທ້ອງຖິ່ນ ແລະ ບັນດາວິສາຫະກິດຈະໄດ້ຮ່ວມກັນປຶກສາຫາລື, ພ້ອມທັງສະເໜີແນວທາງການປັບປຸງນະ ໂຍບາຍໃນຂົງເຂດການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ໂລຈິສຕິກ (Logistics) ເພື່ອຂຸດຄົ້ນທ່າແຮງການ ຮ່ວມມືລະຫວ່າງພາກສ່ວນຕ່າງໆໃນແນວທາງໃຫ້ເກີດປະໂຫຍດສູງສຸດ. ພ້ອມດຽວກັນນີ້, ຈຸດເດັ່ນທີ່ສຳຄັນແມ່ນຈະມີ ທິດທາງການຮ່ວມມືໄລຍະ 5 ປີ ຊຶ່ງຈະມີບັນຊີລາຍຊື່ເອກະສານການຮ່ວມມື (MOU) ຫຼາຍກວ່າ 20 ສະບັບລະ ຫວ່າງນະຄອນດານັງ ແລະ ບັນດາທ້ອງຖິ່ນຂອງຫວຽດນາມກັບບັນດາທ້ອງຖິ່ນ ແລະ ສະມາຄົມທຸລະກິດຢູ່ລາວໃນໄລ ຍະປີ 2026 – 2030.

ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເພື່ອຊຸກຍູ້ການ ເຊື່ອມຕໍ່ EWEC ບໍ່ພຽງແຕ່ເປັນສະຖານທີ່ພົບປະລະຫວ່າງອົງການປົກຄອງ ແລະ ວິສາຫະກິດ, ຫຼື ຂອງບັນດາໂຄງການທີ່ມີທ່າແຮງເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງອະນາຄົດແຫ່ງຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຊຶ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດຫວຽດນາມ – ລາວ ຈະໄດ້ຮັບ ການເພີ່ມພູນຄູນສ້າງດ້ວຍການພັດທະນາເສດຖະກິດ-ສັງຄົມທີ່ເປັນຮູບປະທຳແລະຍືນຍົງ.

(ຂ່າວ-ພາບ: ພະແນກການຕ່າງປະເທດນະຄອນດານັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments