ກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ສະຫລຸບວຽກງານປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ ປະຈຳປີ 2024-2025 ໃນວັນທີ 31 ມີນາ 2026 ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນເອກ ກົມພັນ ຈັນທະວົງ ຮອງຫົວໜ້າກົມສູ້ຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫລຸບຄືນຕະຫລອດໄລຍະ 2 ປີ ຜ່ານມາ ຮັກສາໄດ້ວຽກງານປ້ອງກັນຮັກສາຄວາມສະຫງົບ, ນໍາໃຊ້ກໍາລັງ, ພາຫະນະເຂົ້າເຮັດໜ້າທີ່ປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງລົດໄຟ ລາວ-ຈີນ, ພະນັກງານ-ນັກຮົບ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ, ສະກັດກັ້ນ ແລະ ທັບມ້າງກົນອຸບາຍທໍາລາຍມ້າງເພ ຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ມີແຜນການເຄື່ອນໄຫວ ສ້າງຄວາມບໍ່ສະຫງົບຕາມແລວເສັ້ນທາງລົດໄຟ ລາວ-ຈີນ ຮັກສາໄດ້ຄວາມສະຫງົບປອດໄພ ແລະ ສຳ ເລັດໜ້າທີ່ຕາມຄາດໝາຍທີ່ໄດ້ກຳນົດ, ບັນດາກົມກອງກຳລັງທ້ອງຖິ່ນ ທີ່ເຂົ້າຮ່ວມເຮັດໜ້າທີ່ປ້ອງກັນ ໄດ້ເປັນເຈົ້າການແຕ່ຫົວທີ, ມີລະບຽບແບບແຜນ, ມີສະຕິກຽມພ້ອມສູ້ຮົບເຂັ້ມງວດ, ມີຄວາມຫ້າວ ຫັນ, ມີນໍ້າໃຈອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ສະແດງອອກການປ້ອງກັນເວນຍາມທັງກາງເວັນ ແລະ ກາງຄືນ, ເສັ້ນທາງເຄື່ອນໄຫວປ້ອງກັນຕາມແລວເສັ້ນທາງເຂົ້າ-ອອກ ປ້ອມປ້ອງກັນ, ຕັ້ງໜ້າເປັນເຈົ້າການຕິດຕາມກຳແໜ້ນແກ້ໄຂ ສະພາບການວ່ອງໄວທັນກັບເຫດການເກີດຂຶ້ນ ເຮັດໃຫ້ ການປ້ອງກັນຂອບເຂດຮັບຜິດຊອບມີຄວາມສະຫງົບ ປອດໄພ.

ສຳລັບ ການດຳລົງຊີວິດ ຂອງປະຊາຊົນຢູ່ລຽບຕາມແລວເສັ້ນທາງລົດໄຟ ພື້ນຖານມີຄວາມສະ ຫງົບ, ປະຊາຊົນບັນດາເຜົ່າສ່ວນຫລາຍໄດ້ ປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບປອດໄພຕາມແລວ ເສັ້ນທາງລົດໄຟ ລາວ-ຈີນ, ປະຊາຊົນສ່ວນຫລາຍໄດ້ເຊື່ອມຊຶມເຂົ້າໃຈຢ່າງຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ໃນການພັດທະ ນາເສດຖະກິດ-ສັງຄົມ ໃນໄລຍະໃໝ່, ໄດ້ປຸກລະດົມທົ່ວປວງຊົນເຂົ້າຮ່ວມ ການປ້ອງກັນຢ່າງເປັນຂະ ບວນກວ້າງຂວາງຟົດຟື້ນ, ອໍານາດການປົກຄອງທ້ອງຖິ່ນທີ່ຢູ່ລຽບຕາມແລວເສັ້ນທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າຕໍ່ວຽກງານ ປກຊ-ປກສ ຮັກສາຄວາມສະຫງົບຂອບເຂດທ້ອງຖິ່ນຂອງຕົນ.

