ກະຊວງການຕ່າງປະເທດໃນນາມປະທານ ແລະ ກອງເລຂາຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອຽກລັງ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈັດກິດຈະກໍາສະເຫຼີມສະຫຼອງວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ ໃນວັນທີ 1 ເມສາ 2026 ທີ່ນະຄອນຫຼວງວຽງຈັນ ມີ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍບັນດາທ່ານເອກອັກຄະລັດຖະທູດ ທຸຕານຸທູດ ຜູ້ຕາງໜ້າບັນດາອົງການເຄືອຂ່າຍຂອງອົງການສະຫະປະຊາຊາດ ອົງການປະຕິບັດງານ ແລະ ຕາງໜ້ານັກສຶກສາ ຊາວໜຸ່ມ ເຍົາວະຊົນ ຈາກໂຮງຮຽນມັດຖະຍົມສົມບູນ 5 ແຫ່ງ ເຂົ້າຮ່ວມ.

ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດທັງເປັນຫົວໜ້າກອງເລຂາປະທານ ຄຊກລ ໄດ້ຍົກໃຫ້ເຫັນວ່າ ວັນທີ 4 ເມສາຂອງທຸກໆປີເປັນວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກໂດຍແມ່ນອົງການສະຫະປະຊາຊາດເປັນຜູ້ກຳນົດຂຶ້ນໃນປີ 2005 ໂດຍມີເປົ້າໝາຍເພື່ອປູກຈິດສຳນຶກກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກ ສໍາລັບປີ 2026 ນີ້ ການສະເຫຼີມສະຫຼອງແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ລົງທຶນເພື່ອສັນຕິພາບ ລົງທຶນໃສ່ການແກ້ໄຂບັນຫາລະເບີດບໍ່ທັນແຕກ” (Invest in Peace, Invest in Mine Action) ໂດຍເນັ້ນໃສ່ການມີສ່ວນຮ່ວມຂອງຊາວໜຸ່ມໂດຍຜ່ານກິດຈະກຳຕ່າງໆເຊັ່ນ ການສາທິດເຕັກນິກຕົວຈິງ ຊາວໜຸ່ມໄດ້ຮຽນຮູ້ຂັ້ນຕອນການສຳຫຼວດ ແລະ ກູ້ໄພລະເບີດ ຕາມມາດຕະຖານຄວາມປອດໄພທີ່ເຂັ້ມງວດ ການສ້າງຄວາມຮູ້ການສຳມະນາກ່ຽວກັບປະຫວັດຄວາມເປັນມາຂອງບັນຫາລະເບີດໃນລາວ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ການໂຄສະນາປ້ອງກັນຜົນກະທົບ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ ການຈັດງານຄັ້ງນີ້ຍັງເປັນການກຽມຄວາມພ້ອມທີ່ສຳຄັນ ໃນໂອກາດທີ່ ສປປ ລາວ ຈະໄດ້ຮັບກຽດເປັນປະ ທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC CCM) ທີ່ຈະມີຂຶ້ນໃນວັນທີ 13-18 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ການກັບມາເປັນເຈົ້າພາບໃນຄັ້ງນີ້ມີຄວາມໝາຍຄືກັນກັບ “ການກັບຄືນສູ່ບ້ານຂອງສົນທິສັນຍາ” ເນື່ອງຈາກນະຄອນຫຼວງວຽງຈັນເຄີຍເປັນສະຖານທີ່ຈັດກອງປະຊຸມຄັ້ງທຳອິດຂອງລັດພາຄີ ນອກຈາກຈະຊ່ວຍຍົກສູງບົດ ບາດການນຳພາຂອງລາວໃນເວທີມະນຸດສະທຳສາກົນແລ້ວ ຍັງເປັນໂອກາດໃນການລະດົມທຶນຮອນ ແລະ ເຕັກນິກຈາກສາກົນເພື່ອມາແກ້ໄຂບັນຫາລະເບີດທີ່ຍັງຄົງຄ້າງໃຫ້ມີປະສິດທິພາບກວ່າເກົ່າ.

ເພື່ອສ້າງບັນຍາກາດ ແລະ ສົ່ງເສີມພອນສະຫວັນຂອງໄວໜຸ່ມ ກອງເລຂາປະທານ ຄຊກລ ໄດ້ປະກາດເປີດການແຂ່ງຂັນແຕ້ມຮູບທົ່ວປະເທດພາຍໃຕ້ຫົວຂໍ້ “Messages to the Past and Future ຂໍ້ຄວາມຈາກອະດີດເຖິງອະນາຄົດ” ເຊິ່ງຈະເປີດຮັບຜົນງານຈົນເຖິງວັນທີ 19 ກໍລະກົດ 2026 ໂດຍຊຸກຍູ້ໃຫ້ນັກສິລະປິນ ເຍົາວະຊົນ ແລະ ຊາວໜຸ່ມລາວ ອາຍຸລະຫວ່າງ 9-35 ປີ ຮ່ວມກິດຈະກໍາດັ່ງກ່າວ ຜູ້ຖືກຄັດເລືອກຈະໄດ້ຮັບທຶນການສຶກສາມູນຄ່າ 10 ລ້ານກີບ ແລະ ຍັງຈະໄດ້ເຂົ້າຮ່ວມງານກັບຕົວແທນຊາວໜຸ່ມຈາກສາກົນ ເພື່ອສ້າງສັນຜົນງານສິລະປະໃສ່ປອກລູກຫວ່ານທີ່ປອດໄພແລ້ວເພື່ອເປັນສັນຍາລັກແຫ່ງສັນຕິພາບ ແລະ ວາງສະແດງຜົນງານຂອງຕົນໃຫ້ແກ່ບັນດາຜູ້ແທນ ແລະ ການນໍາລະດັບສູງທີ່ຈະມາເຂົ້າຮ່ວມກອງປະຊຸມ 3RC CCM ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-18 ກັນຍາ 2026 ທີ່ນະຄອນ ຫຼວງວຽງຈັນ.

