Homeຂ່າວໜ້າໜຶ່ງທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເຊັນສັນຍາສໍາປະທານ ວຽກໂຄງການທາງລົດໄຟ ລາວ-ຫວຽດນາມ

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເຊັນສັນຍາສໍາປະທານ ວຽກໂຄງການທາງລົດໄຟ ລາວ-ຫວຽດນາມ

ໃນຕອນແລງວັນທີ 31 ມີນາ 2026, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສໍາປະທານ ການອອກແບບ-ກໍ່ສ້າງ-ລະດົມທຶນ-ດຳເນີນກິດຈະການ ແລະ ບູລະນະຮັກສາ ໂຄງການທາງລົດໄຟ ແຕ່ຕົວເມືອງທ່າແຂກ, ແຂວງຄຳມ່ວນ ຫາ ມູຢາ ຊາຍແດນ ລາວ-ຫວຽດນາມ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ; ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ອະດີດການນຳຂັ້ນສູງຂອງພັກ-ລັດ, ການນຳແຂວງຄຳມ່ວນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການດັ່ງກ່າວ ຖືເປັນບາດກ້າວຜົນສຳເລັດທີ່ສຳຄັນ ຕໍ່ການປະກອບສ່ວນຈັດຕັ້ງຜັນຂະຫຍາຍ ວິໄສທັດ ແລະ ຍຸດທະສາດ ທາງດ້ານການເຊື່ອມໂຍງ-ເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໄລຍະປີ 2026-2030, ເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ ແລະ ຖືກບັນຈຸເຂົ້າເປັນໂຄງການບູລິມິສິດຂອງການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ, ຊຶ່ງສອດຄ່ອງກັບແຜນການເຊື່ອມໂຍງແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ຕາມນະໂຍບາຍ ການຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ດ້ານການຄົມມະນາຄົມຂົນສົ່ງ-ໂລຊິດສະຕິດ ແລະ ການຄ້າ ກັບພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ ເທື່ອລະກ້າວ.

ຕາງໜ້າລັດຖະບານ ລົງນາມສັນຍາສຳປະທານໂດຍທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ-ຜູ້ປະຈຳການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບທ່ານ ຈັນທອນ ສິດທິໄຊ, ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ ທາງລົດໄຟ ລາວ-ຫວຽດນາມ ຈຳກັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments