Homeທຸລະກິດລັດວິສາຫະກິດຖືຮຸ້ນລາວ ສະຫຼຸບວຽກງານປະຈໍາປີ 2025

ລັດວິສາຫະກິດຖືຮຸ້ນລາວ ສະຫຼຸບວຽກງານປະຈໍາປີ 2025

ວັນທີ 1 ເມສາ 2026 ທີ່ໂຮງແຮມ Amari Vientiane ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2025 ແລະ ຜ່ານທິດທາງແຜນ ການປີ 2026 ໂດຍເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ກຳມະການສູນ ກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ມີຄະນະສະພາບໍລິຫານ ລຮລ ຫ້ອງການ ບັນດາກົມ ແລະ ສະຖາບັນຈາກກະຊວງອຸດສາຫະກຳ ແລະ ການຄ້າ ຕາງໜ້າກະຊວງການເງິນ ບັນດາລັດວິສາຫະກິດໃນຂະ ແໜງ ການທະນາຄານ ແລະ ພະນັກງານ ລຮລ ເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ວິຈິດວົງສາ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນຊຸມປີຜ່ານມາ ລຮລ ໄດ້ມີຜົນສໍາເລັດ ແລະ ຜົນກຳໄລຕະຫຼອດມາ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຜົນການດໍາເນີນທຸລະກິດທີ່ມີປະສິດທິພາບ ແລະ ຄວາມໝັ້ນຄົງຕະຫຼອດມາ ໃນປີນີ້ ກໍເປັນອີກປີໜຶ່ງທີ່ ລຮລ ໄດ້ຮັບຜົນສໍາເລັດການດໍາເນີນທຸລະກິດ ສາມາດສ້າງລາຍຮັບໄດ້ 64,92 ລ້ານໂດລາສະຫະລັດ ມີຜົນກຳໄລທາງການບັນຊີ 41,7 ລ້ານໂດລາສະຫະລັດ ນອກຈາກນີ້ ລຮລ ຍັງໄດ້ຊໍາລະຕົ້ນທຶນ-ດອກເບັ້ຍຕາມສັນຍາກູ້ຢືມຕໍ່ໃຫ້ກະຊວງການເງິນ 51,82 ລ້ານໂດລາສະຫະລັດ ປະຕິບັດພັນທະອາກອນຕ່າງໆ 6,4 ລ້ານໂດລາສະຫະລັດ ແລະ ຊຳລະໜີ້ເງິນກູ້ໃຫ້ທະນາຄານທຸລະກິດພາຍໃນຕາມສັນຍາຢ່າງຄົບຖ້ວນ ຈົນໄດ້ຮັບໃບຍ້ອງຍໍຈາກກະຊວງການເງິນ ທີ່ມີຜົນງານດີເດັ່ນປະເພດ 1 ໃນການປະກອບສ່ວນປະຕິບັດພັນທະໃຫ້ແກ່ລັດຖະບານຕະຫຼອດໄລຍະ 5 ປີ 2020-2024.

ພ້ອມດຽວກັນນີ້ ການຈັດຕັ້ງປະຕິບັດວຽກງານຂອງ 4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນ ໃນນັ້ນ ມີ ໂຄງການໄຟຟ້ານໍ້າເທີນ 2 ໂຄງການໄຟຟ້າຄວາມຮ້ອນຫົງສາ ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ ແລະ ໂຄງການໄຟຟ້ານໍ້າງຽບ 1 ຍັງສືບຕໍ່ປະຕິບັດຕາມແຜນການທີ່ວາງໄວ້ ສາມາດຜະລິດໄຟຟ້າລວມກັນໄດ້ທັງໝົດ 21.852,84 ລ້ານກີໂລວັດໂມງ (kWh) ມີລາຍຮັບຈາກການຂາຍໄຟຟ້າທັງໝົດ 1.299,5 ລ້ານໂດລາສະຫະລັດ ມອບພັນທະໃຫ້ລັດຖະບານ 116,53 ລ້ານໂດລາສະຫະລັດ (ຄ່າພາກຫຼວງ 45,98 ລ້ານໂດລາສະຫະລັດ ອາກອນກຳໄລ 54,09 ລ້ານໂດລາສະຫະລັດ ແລະ ຄ່າທໍານຽມແຮ່ທາດ 16,45 ລ້ານໂດລາສະຫະລັດ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments