ໃນວັນທີ 31 ມີນາ 2026, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີພິທີມອບ-ຮັບໜ້າທີ່ ຢ່າງເປັນທາງການ ລະຫວ່າງ ສະຫາຍ ພົນຕີ ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ IX (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ ປະທານກຳມາທິການປ້ອງກັນຄວາມສະຫງົບ ຊຸດທີ X (ຜູ້ໃໝ່), ໂດຍມີສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາຄະນະປະຈໍາສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກສີພິຍານ.

ໃນພິທີ, ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາກົງຈັກສະພາແຫ່ງຊາດ, ແຕ່ງຕັ້ງປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສພຊ ໃນໄລຍະ 5 ປີຜ່ານມາ ແລະ ຄາດຄະເນທິດທາງແຜນການແຕ່ນີ້ຮອດປີ 2030 ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫຼັງຈາກນັ້ນ, ກໍໄດ້ມີການລົງລາຍເຊັນໃສ່ບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ປະທານກຳມາທິການຜູ້ເກົ່າ ແລະ ຜູ້ໃໝ່.

ໃນຕອນທ້າຍ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ກ່າວວ່າ: ການມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນການສືບຕໍ່ປັບປຸງສັບຊ້ອນບຸກຄະລາກອນເຂົ້າໃນຕຳແໜ່ງສໍາຄັນຂອງສະພາແຫ່ງຊາດ ທັງເປັນການສືບຕໍ່ນຳພາ-ຊີ້ນຳວຽກງານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ດຳເນີນໄປຢ່າງປົກກະຕິ ແລະ ຕໍ່ນື່ອງ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ X ເຂົ້າໃນການເຄື່ອນໄຫວວຽກງານຂອງກົງຈັກສະພາແຫ່ງຊາດ ໃຫ້ໄດ້ຮັບຜົນສໍາເລັດ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ; ພ້ອມນັ້ນ, ສະຫາຍຍັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ຊຸດທີ IX ຍາດມາໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ.

