ຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ອອກຄຳສັ່ງ ເມື່ອມໍ່ໆມານີ້ ເຖິງບັນດາກົມ, ຫ້ອງການ, ອົງການ, ໂຮງຮຽນ ແລະ ກອງພັນ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບທົ່ວປະເທດ ກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ກຳລັງຈະມາເຖິງນີ້ໂດຍໃຫ້ໂຈະການຈັດງານວັນບຸນປີໃໝ່ລາວ ພສ 2569 ໃນຮູບແບບການສະເຫຼີມສະຫຼອງທີ່ຟຸມເຟືອຍ ຫຼື ການຈັດງານລ້ຽງສັງສັນຕ່າງໆ ພາຍໃນກົມກອງ.
ຫ້ອງການກົມໃຫຍ່ການເມືອງກອງທັບໃຫ້ເຫດຜົນກ່ຽວກັບການຫ້າມດັ່ງກ່າວເນື່ອງຈາກຄວາມບໍ່ສະຫງົບໃນພາກພື້ນ ຢູ່ຕາເວັນອອກກາງ ທີ່ແກ່ຍາວ ເຊິ່ງສົ່ງຜົນກະທົບຕໍ່ສະພາບເສດຖະກິດ-ສັງຄົມໃນວົງກວ້າງ ; ເພື່ອຫຼຸດຜ່ອນພາລະຄ່າໃຊ້ຈ່າຍ ໃນສະພາວະທີ່ຄ່າຄອງຊີບມີການປັບຕົວສູງຂຶ້ນ ແລະ ເນື່ອງຈາກໃນໄລຍະຜ່ານມາ ໄດ້ເກີດເຫດການພາຍຸໝາກເຫັບຕົກໃສ່ເຮືອນຊານຂອງປະຊາຊົນ ແລະ ພະນັກງານ-ນັກຮົບ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

