ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ມີນາ ຜ່ານມາ, ສະຫະພັນ ອາຣັບ ໄດ້ປະກາດທ່ານ ນາບິລ ຟາມີ ອະດີດລັດຖະມົນຕີກະຊວງການຕ່າງປະເທດເອຢິບ ໄດ້ຮັບການສະເໜີດຳລົງຕຳແໜ່ງເປັນເລຂາທິການໃຫຍ່. ການສະເໜີທ່ານ ນາບິລ ຟາມີ ດຳລົງຕຳແໜ່ງເລຂາທິການໃຫຍ່ ສະຫະພັນ ອາຣັບ ສືບທອດທ່ານ ອາເໝັດ ອາບລູ ເກດ, ໂດຍບັນດາປະເທດສະມາຊິກເຫັນດີເປັນເອກະພາບຮັບຮອງເອົາໃນວາລະກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຣັບ ຄັ້ງທີ 165.
ສະພາສະຫະພັນ ອາຣັບ ຈະຍື່ນສະເໜີໃນກອງປະຊຸມສາມັນຄັ້ງທີ 35 ຂອງກອງປະຊຸມສຸດຍອດ ສະຫະພັນ ອາຣັບ, ຄາດວ່າຈະຈັດຂຶ້ນຢູ່ ຊາອຸດິດ ອາຣັບບີ ຊຶ່ງແມ່ນບ່ອນບັນດາປະມຸກລັດຈະໃຫ້ສັດຕະຍາບັນຕຳແໜ່ງເລຂາທິ ການໃຫຍ່ ຢ່າງເປັນທາງການດ້ວຍຄວາມເຫັນດີເຫັນພ້ອມ.

