Homeຂ່າວຕ່າງປະເທດ4 ປະເທດປຶກສາຫາລື ວິທີການເປີດຊ່ອງແຄບ ທະເລຮໍມຸດຄືນໃໝ່

4 ປະເທດປຶກສາຫາລື ວິທີການເປີດຊ່ອງແຄບ ທະເລຮໍມຸດຄືນໃໝ່

ວິທະຍຸກະຈາຍສຽງຫວຽດນາມ: ວັນທີ 29 ມີນາ, ລັດຖະມົນຕີ 4 ປະເທດ ລວມມີຕວັກກີ, ເອຢິບ, ປາກິດສະຖານ ແລະ ອາຣັບບິ ຊາອຸດິ ໄດ້ຈັດ ກອງປະຊຸມ ເປັນກຸ່ມ ຢູ່ນະຄອນຫລວງ ອິດສະລາມາບັດ ຂອງ ປາກິດສະຖານ ເປັນ 2 ວັນ ເພື່ອປຶກສາຫາລື ບັນດາ ມາດຕະການ ຢຸດຕິ ການປະທະກັນ ຢູ່ ເຂດຕາເວັນອອກກາງ ແລະ ຟື້ນຟູການເຄື່ອນໄຫວ ຂົນສົ່ງ ຜ່ານຊ່ອງແຄບ ທະເລຮໍມຸດ.

ກອງປະຊຸມດັ່ງກ່າວໄດ້ສຸມໃສ່ບັນດາຂໍ້ສະເໜີເພື່ອແນໃສ່ເປີດເສັ້ນທາງແລ່ນກຳປັ່ນຍຸດທະສາດນີ້, ລວມມີຄວາມສາມາດໃນການສ້າງກົນໄກຄຸ້ມຄອງລວມຕໍ່ສະແສນ້ຳມັນອາຍແກັສ, ກໍ່ຄືການນຳໃຊ້ກົນໄກຈ່າຍເງິນ ຄ້າຍຄືກັນກັບຄອງຊູແອດ. ບັນດາຂໍ້ສະເໜີນີ້ໄດ້ສົ່ງໄປຍັງຝ່າຍ ສ.ອາເມລິກາ ແລະ ກໍ່ໄດ້ແລກປ່ຽນກັບຝ່າຍອີຣານ. ກອງປະຊຸມນີ້ບໍ່ມີຜູ້ຕາງໜ້າຂອງອີຣານ, ສ.ອາເມລິກາ ແລະ ອິດສະຣາແອນ ເຂົ້າຮ່ວມ. ຄາດວ່າຖະແຫລງການຮ່ວມຈະໄດ້ປະກາດພາຍຫລັງສິ້ນສຸດໂຄງການປຶກສາຫາລື.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments