ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X, ວັນທີ 31 ມີນາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໜັກໃຫ້ລັດຖະບານ ຊຸດທີ X ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ, ເລັ່ງລັດໂຄງການຜະລິດເປັນສິນຄ້າ ທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ, ເລັ່ງປັບປຸງປົວ ແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງປົວແປງເສັ້ນທາງຍຸດທະສາດ ໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ, ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າ ຢ່າງເປັນຮູບປະທໍາ, ແກ້ໄຂບັນຫາໜີ້ສິນສາທາລະນະ ໃຫ້ໄດ້ຕາມແຜນທີ່ວາງໄວ້, ເລັ່ງທວງເອົາໜີ້ທີ່ຕ້ອງຮັບຢ່າງເຂັ້ມງວດ-ເດັດຂາດ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະ ເທດ ໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນ ຕ້ອງແກ້ໄຂຢ່າງຂາດຕົວ, ສ້າງແຜນຮອງຮັບ ໄລ ຍະຂ້າມຜ່ານ ໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາ ແຕ່ນີ້ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍ ເຫລືອ, ສະໜັບສະໜູນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃຫ້ໄດ້ຫລາຍ.

ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ລັດຖະບານ ຊຸດທີ X ຂຸ້ນຂ້ຽວປັບປຸງກົນໄກການເຮັດວຽກ ໃຫ້ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຕິບັດບັນດາວຽກງານ ທີ່ວາງອອກ ໃຫ້ເກີດດອກອອກຜົນເປັນທີ່ປະຈັກຕາ; ຕ້ອງບຸກທະລຸ ໃນການຫັນເປັນທັນສະໄໝ, ຊຶ່ງບັນຫານີ້ ຕ້ອງໄດ້ເລັ່ງລັດປະຕິບັດໃຫ້ປະກົດຜົນເປັນຈິງໂດຍໄວ; ຕ້ອງບຸກທະລຸຫັນປ່ຽນແບບແຜນວິທີເຮັດວຽກຂອງລັດຖະບານ ໂດຍສະເພາະ ການພົວພັນປະສານວຽກງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນແຕ່ລະໄລຍະ; ຕ້ອງຍົກລະດັບໃຫ້ສະມາຊິກລັດຖະບານ ເປັນຜູ້ກ້າປະດິດສ້າງ, ກ້າສະເໜີຄວາມຄິດໃໝ່ໆຕໍ່ຂັ້ນເທິງພິຈາລະນາ ບົນພື້ນຖານການຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ປະກົດຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້.
ລັດຖະບານຊຸດທີ X ຕ້ອງໄດ້ເຂັ້ມງວດໃນການປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງກົນໄກເຮັດວຽກຂອງກະຊວງ, ອົງການທຽບເທົ່າ ແລະ ຂອງທ້ອງຖິ່ນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານ ທີ່ຮັບຜິດຊອບ. ພ້ອມທັງໃຫ້ກວດກາຄືນທັງໝົດບັນດາໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ອະນຸມັດໄປແລ້ວ ໃຫ້ເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ ແລະ ໃຫ້ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ.

