ໃນຕອນແລງ ຂອງວັນທີ 31 ມີນາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມຄັ້ງປະ ຖົມມະລືກ ຂອງລັດຖະບານ ຊຸດທີ X ຊຶ່ງກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 30 ມີນາ ແລະ ອັດລົງໃນຕອນເຊົ້າວັນທີ 31 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນຕ່າງໆເຊັ່ນ: ຮ່າງແຜນດໍາເນີນງານຂອງລັດຖະບານ ຊຸດທີ X (2026-2030); ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X; ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກ-ຮອງນາຍົກລັດຖະມົນຕີ; ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ລົງຊ່ວຍ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ; ບັນຊີໂຄງການລະດັບຊາດ ທີ່ເປັນການລົງທຶນຂອງລັດ; ບັນຊີໂຄງການລະດັບຊາດ ໄລຍະ 5 ປີ (2026-2030) ທີ່ດຶງດູດການລົງທຶນຈາກພາກເອກະຊົນ ແລະ ແຜນຜັນຂະຫຍາຍການປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມລົດໄຟຟ້າ (EV) ກໍຄື ການນໍາໃຊ້ພະລັງງານທາງເລືອກອື່ນ ຢູ່ ສປປ ລາວ.
ຜ່ານການພິຈາລະນາບັນດາຫົວຂໍ້ດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ສອດຄ່ອງກັບນະໂຍບາຍຫລັກຂອງພັກ ແລະ ລັດຖະບານ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກົດໝາຍ ແລະ ລະບຽບການ ທີ່ໄດ້ປະກາດນໍາໃຊ້ແລ້ວ, ທັງແທດເໝາະກັບທ່າແຮງ ແລະ ເງື່ອນໄຂຕົວຈິງ ຂອງແຕ່ລະຂົງເຂດວຽກງານ-ແຕ່ລະທ້ອງຖິ່ນ ໃນແຕ່ລະໄລຍະ, ຈຳກັດໄດ້ຊ່ອງຫວ່າງການສວຍໂອກາດຕ່າງໆ, ຮັບ ປະກັນຄວາມຍືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມທັງນຳເອົາບັນດາຂໍ້ຄົງຄ້າງຕ່າງໆ ທີ່ໄດ້ຍົກຂຶ້ນໃນກອງປະຊຸມໄປຄົ້ນຄວ້າປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນ ແລະ ໄດ້ຮັບໝາກຜົນເປັນຮູບປະທຳຕົວຈິງ ຢ່າງຈະ ແຈ້ງ. ສະເພາະການແບ່ງວຽກຂອງນາຍົກ-ຮອງນາຍົກລັດຖະມົນຕີ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ປະສານສົມທົບກັບຫ້ອງວ່າການສູນກາງພັກ ເພື່ອໃຫ້ລັດຖະບານ ລາຍງານຂໍທິດຊີ້ນຳຈາກກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກຕື່ມ, ພ້ອມກັນນີ້ ກອງປະຊຸມ ໄດ້ມອບໝາຍໃຫ້ສະມາຊິກລັດຖະບານ ກໍຄື ບັນດາກະຊວງ ແລະ ອົງການທຽບເທົ່າ ຮີບຮ້ອນລົງສົມທົບບັນດາແຂວງ ຕາມທີ່ໄດ້ແບ່ງຄວາມຮັບຜິດຊອບນັ້ນ ເພື່ອປຶກສາຫາລື ແລະ ເຮັດບົດບັນທຶກເປັນອັນລະອຽດ ກ່ຽວກັບກົນໄກເຮັດວຽກຮ່ວມ ລະຫວ່າງ ກະຊວງ-ອົງການປົກຄອງທ້ອງຖິ່ນ, ທ້ອງຖິ່ນ ທີ່ຕົນເອງຮັບຜິດຊອບ.
ສຳລັບ ແຜນວຽກຈຸດສຸມ 5 ປີ (2026-2030), ລັດຖະບານຊຸດທີ X ຈະຫັນເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂສະພາບ “ເວົ້າຫລາຍເຮັດໜ້ອຍ ຫລື ບໍ່ເຮັດ; ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫລື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນໄດ້ຮັບ ຫລື ເກີດຜົນທີ່ສາມາດຈັບຕ້ອງໄດ້”. ລັດຖະບານ ຈະເປັນເຈົ້າການ ແລະ ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງຊາດ ວາງອອກດ້ວຍຄວາມຮັບຜິດຊອບສູງ ດັ່ງຄໍາຂວັນທີ່ວ່າ: “ຍົກສູງຈິດໃຈ ມຸ່ງໜັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົວເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ”.
ສະເພາະແຜນວຽກຈຸດສຸມຈຳນວນໜຶ່ງ ຂອງລັດຖະບານ ໃນເດືອນເມສາ 2026 ຈະສຸມໃສ່ປະຕິບັດທິດຊີ້ນຳ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີແກ້ໄຂບັນຫານ້ຳມັນເຊື້ອໄຟ ໃນໄລຍະສະພາບເຄັ່ງຮ້ອນ ໂດຍຮີບຮ້ອນຈັດຕັ້ງຜັນຂະຫຍາຍຄຳສັ່ງ 40/ນຍ ໃຫ້ເປັນຮູບປະທໍາ; ໃນຊ່ວງວິກິດການລາຄານ້ຳມັນເຊື້ອໄຟ ມອບ ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເລິກຊີ້ນຳຕິດຕາມ, ຊຸກຍູ້ວຽກງານກະສິກຳໃຫ້ແທດເຖິງ, ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ປະຕິບັດໂຄງການ 4 ປູກ 4 ລ້ຽງ ໃຫ້ແຂງແຮງກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ວຽກງານພະລາທິການຂອງກອງທັບ; ໃຫ້ສືບຕໍ່ສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ລົດໂດຍສານສາທາລະນະ, ພ້ອມທັງເອົາ ໃຈໃສ່ຄຸ້ມຄອງການນໍາເຂົ້າລົດໄຟຟ້າ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ໄລຍະສະຫລອງບຸນປີໃໝ່ລາວ, ມອບໃຫ້ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການສະຫລອງບຸນປີໃໝ່ ເປັນໄປຕາມຮີດຄອງປະເພນີ, ຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ໃນນີ້, ເອົາໃຈໃສ່ການຜະລິດສະບຽງອາຫານ, ການສະໜອງສິນຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ; ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດ ແລະ ຄ່າບໍລິການຕ່າງໆ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດສົມຜົນ; ຮັກ ສາຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດກຳລັງເວນຍາມຮັກສາຄວາມສະຫງົບ 24 ຊົ່ວໂມງ, ຕິດຕາມສະພາບອຸປະຕິເຫດ ແລະ ອັກຄີໄພຕ່າງໆ; ເພີ່ມທະວີການໂຄສະນາກ່ຽວກັບການສະຫລອງປີໃໝ່ ໃຫ້ຖືກຕ້ອງ, ສອດຄ່ອງກັບປະເພນີ ໂດຍເນັ້ນໃສ່ການບາສີສູ່ຂວັນປີໃໝ່ ຕາມເງື່ອນໄຂຄວາມສະດວກ, ເອົາໃຈໃສ່ຄຸ້ມຄອງບັນດາຜູ້ປະກອບການສະຖານທີ່ບັນເທີງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ. ສຳລັບ ພາກລັດ ແມ່ນຫລີກລ່ຽງການຈັດງານລ້ຽງລັກສະນະສິ້ນເປືອງງົບປະມານ, ຕ້ອງເປັນແບບຢ່າງໃນການປະຢັດ. ພ້ອມທັງຈະເລັ່ງປັບປຸງສ້ອມແປງເສັ້ນທາງຕ່າງໆ ໃຫ້ສຳເລັດກ່ອນລະດູຝົນຈະມາເຖິງ ໂດຍສະເພາະ ບັນດາເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວ; ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມຊຸກຍູ້ການໃຫ້ຄວາມຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກ ຕາມທີ່ທ່ານເລຂາທິການໃຫຍ່-ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃນໂອກາດລົງພື້ນທີ່ຕົວຈິງ ໂດຍສະເພາະ ດ້ານນະໂຍບາຍການສະໜອງວັດສະດຸອຸປະກອນ ເຊັ່ນ: ກະເບື້ອງມຸງຫລັງຄາ, ແຮງງານສ້ອມແປງເຮືອນປະຊາຊົນ, ນະໂຍບາຍຄ່າໄຟຟ້າ, ນ້ຳປະປາ ແລະ ອື່ນໆ.
ກອງປະຊຸມໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດມີຄຳເຫັນໂອລົມ ຊີ້ທິດເຍືອງທາງເນັ້ນໜັກ ໃຫ້ຄະນະລັດຖະບານ ຊຸດທີ X ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຈຳນວນໜຶ່ງ ກໍຄື ແກ້ໄຂບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນໃນສັງຄົມ ໃຫ້ເປັນຮູບປະທຳ.
ຂ່າວ: ກົມປະຊາສໍາພັນ ຫສນຍ

