Homeຂ່າວໜ້າໜຶ່ງຫົວໜ້າ ຄຕພ ຕ້ອນຮັບ ທູດກູບາ ປະຈໍາລາວ ເຂົ້າອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ

ຫົວໜ້າ ຄຕພ ຕ້ອນຮັບ ທູດກູບາ ປະຈໍາລາວ ເຂົ້າອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ

ເມື່ອບໍ່ດົນມານີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ (ຄຕພ) ໄດ້ໃຫ້ການຕ້ອນຮັບ ສະຫາຍ ນາງ ເອັກນາ ເວຍ ວາລເດດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ກູບາ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2025).

ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ນາງ ເອັກນາ ເວຍ ວາລເດດສ ທີ່ໄດ້ນໍາເອົາຄໍາຊົມເຊີຍອັນຈົບງາມ ແລະ ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຮ່ວມອຸດົມການສັງຄົມນິຍົມມາສູ່ ຄະນະພັກ-ຄະນະນໍາ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ ທີ່ມີມາແຕ່ດົນນານ, ໄດ້ຕີລາຄາສູງຕໍ່ການຮ່ວມມືປະສານສົມທົບ ແລະ ຮ່ວມມືກັນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ກໍຄື ສະຖານເອກອັກຄະລັດຖະທູດກູບາ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ, ໄດ້ແລກປ່ຽນຄໍາຄິດເຫັນກັບສະຫາຍທູດກູບາ ກ່ຽວກັບທິດທາງການຮ່ວມມື ລະຫວ່າງສອງພັກ ແລະ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ກູບາ ໃນຕໍ່ໜ້າ, ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນ ກັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ໃນການປະຕິບັດໜ້າທີ່ເປັນຂົວຕໍ່ປະສານງານ ລະຫວ່າງພັກ, ລັດຂອງສອງປະເທດ ລາວ-ກູບາ ໂດຍສະເພາະລະຫວ່າງບັນດາອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງມະຫາຊົນຂອງລາວ ແລະ ກູບາ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ປະຊາຊົນສອງຊາດ ລາວ-ກູບາອ້າຍນ້ອງ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ສະຫາຍ ນາງ ເອັກນາ ເວຍ ວາລເດດສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຊົມເຊີຍ ແລະ ອວຍພອນຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ; ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ນອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ກູບາ ກໍຄື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມດຽວກັນກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ປະຕິບັດໜ້າທີ່ວຽກງານ ໂດຍສະເພາະໃນການເປັນຂົວຕໍ່ປະສານສົມທົບກັບບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວ-ພາບ: ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments