ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະ ບານອົດສະຕຣາລີ ຜ່ານແຜນປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບ ການສຶກສາຊັ້ນພື້ນຖານ (ແຜນງານບີຄວາ) ໄດ້ນຳສະເໜີວິດີໂອສົ່ງເສີມການສຶກສາ ສອງເລື່ອງໃໝ່ຢ່າງເປັນທາງການ ໃນວັນທີ 30 ມີນາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົົດສະຕຣາລີ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະພາແຫ່ງຊາດ, ພະແນກສຶກສາທິການ ແລະ ກິລາ ທຸກແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ມະຫາວິທະຍາໄລ, ສະຖາບັນ, ໂຮງຮຽນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ວິດີໂອທັງສອງເລື່ອງນີ້ ຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ສ້າງຂຶ້ນ, ລວມທັງ 2 ເລື່ອງທີ່ຜ່ານມາ, ລວມເປັນ 4 ເລື່ອງ ເພື່ອປ່ຽນແປງຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງການສຶກສາ, ຫລຸດຜ່ອນການອອກໂຮງຮຽນ ແລະ ຊຸກຍູ້ຄູອາຈານໃຫ້ສືບຕໍ່ການສອນ, ທັງຍົກໃຫ້ເຫັນວ່າ ການສຶກສາສ້າງໂອກາດໃຫ້ນັກຮຽນ, ເຮັດໃຫ້ພໍ່ແມ່ໝັ້ນໃຈ ແລະ ລະດົມຊຸມຊົນທັງໝົດ ໃຫ້ສະໜັບສະໜູນການຮຽນຂອງເດັກຄືແນວໃດ. ເລື່ອງລາວໃນວິດີໂອຕ່າງໆ ເປັນເລື່ອງທີ່ແຕ່ງຂຶ້ນມາ, ແຕ່ໄດ້ຮັບແຮງບັນດານໃຈ ຈາກປະສົບການຕົວຈິງ ເພື່ອສະແດງເຖິງເລື່ອງທີ່ໜ້າສົນໃຈ ສະທ້ອນຄວາມຮູ້ສຶກ, ເນັ້ນໃຫ້ເຫັນເຖິງສິ່ງທ້າທາຍທີ່ມັກຈະພົບ ແລະ ສົ່ງຂໍ້ຄວາມທີ່ຊັດເຈນໃຫ້ຜູ້ຊົມເຂົ້າໃຈ ແລະ ເຊີນຊວນປະຕິບັດ. ວິດີໂອໃໝ່ສອງເລື່ອງ ທີ່ນຳສະເໜີໃນຄັ້ງນີ້ແມ່ນເລື່ອງ “ຄວາມຝັນ” ແລະ “ໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ”. ເລື່ອງ “ຄວາມຝັນ” ເປັນເລື່ອງລາວທີ່ເຕັມໄປດ້ວຍຄວາມສະເທືອນອາລົມ ຂອງເດັກຍິງຜູ້ໜຶ່ງ ທີ່ມີຄວາມມຸ່ງໝັ້ນໃນການຮຽນ ທີ່ມາຈາກຄອບຄົວຊົນເຜົ່າ. ລາວຂຽນຈົດໝາຍຈາກໃຈ ເຖິງພໍ່ແມ່ທີ່ທຸກຍາກ ເພື່ອຂໍການສະໜັບສະໜູນ ໃຫ້ລາວໄດ້ສືບຕໍ່ການຮຽນ ແລະ ເຮັດຕາມຄວາມຝັນຂອງຕົນ. ໃນເລື່ອງແມ່ນມີພາບທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໂດຍການຊຸກຍູ້ໃຫ້ເດັກຍິງສືບຕໍ່ອາຊີບໃນສາຍວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (STEM). ສ່ວນເລື່ອງ “ໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ” ບອກ ເລົ່າເລື່ອງລາວຂອງໝູ່ບ້ານແຫ່ງໜຶ່ງ ທີ່ສາມັກຄີກັນ ເພື່ອສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງຫລາຍຂຶ້ນ ແລະ ນຳພາເດັກນ້ອຍກັບຄືນມາໂຮງຮຽນ ໂດຍເນັ້ນໃຫ້ເຫັນພະລັງຂອງຄວາມສາມັກຄີ. ໃນເລື່ອງມີເລື່ອງລາວທີ່ສົ່ງເສີມການຮຽນຮ່ວມຂອງເດັກພິການ ທີ່ເຂົ້າໂຮງຮຽນ ແລະ 20 ປີຕໍ່ມາ ໄດ້ກາຍເປັນຄູ; ເລື່ອງຍັງໄດ້ສະແດງໃຫ້ເຫັນບົດຮຽນທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ ໂດຍມີສາກທີ່ນັກຮຽນເຮັດການທົດລອງຜົນກະທົບຂອງນ້ຳຖ້ວມ. ວິດີໂອໃໝ່ສອງເລື່ອງນີ້ ເປັນວິດີໂອ ເພື່ອສົ່ງເສີມຂໍ້ຄວາມໃຫ້ຄົບຖ້ວນ ຮ່ວມກັບວິດີໂອທີ່ອອກຜ່ານມາ ເລື່ອງ “ເສັ້ນທາງສອງເສັ້ນທາງ” ແລະ ເລື່ອງ “ຄຸນຄ່າຂອງຄູ” ຊຶ່ງສະແດງໃຫ້ເຫັນການສົນທະນາລະຫວ່າງພໍ່ ແລະ ລູກຊາຍ ທີ່ສົນທະນາກັນວ່າ ການສືບຕໍ່ຮຽນຄຸ້ມຄ່າ ຫລື ບໍ່, ສັນລະເສີນ ແລະ ສົ່ງເສີມຄູ ທີ່ໄດ້ປະກອບສ່ວນ ເພື່ອໝາກຜົນໃນໄລຍະຍາວ ຂອງວຽກງານເຂົາເຈົ້າ. ວິດີໂອທັງໝົດສະແດງໃຫ້ເຫັນ ອະນາຄົດຂອງໄວໜຸ່ມ ໂດຍອີງໃສ່ທາງເລືອກດ້ານການສຶກສາຂອງເຂົາເຈົ້າ ແລະ ເນັ້ນໜັກເຖິງ ວິທີທີ່ການສຶກສາຊ່ວຍສ້າງທັກສະທີ່ຈຳເປັນ, ຄວາມສາມາດໃນຄົ້ນຄິດແບບວິເຄາະ ແລະ ໂອກາດຕ່າງໆໃນການສ້າງຊີວິດທີ່ດີ.
ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມມືກັບລັດຖະບານອົດສະຕຣາລີ ຢ່າງໃກ້ຊິດ ສ້າງແຜນໂຄສະນາສົ່ງເສີມການສຶກສານີ້ ເພື່ອແກ້ໄຂບັນຫາຮີບດ່ວນໃນຂະແໜງການສຶກສາ, ລວມເຖິງການຫລຸດລົງຂອງອັດຕາການເຂົ້າຮຽນຂອງນັກຮຽນ ແລະ ຄວາມຕ້ອງການທີ່ຈະສົ່ງເສີມ ແລະ ຮັກ ສາຄູທີ່ມີທັກສະ ແລະ ປະສົບການໃຫ້ສືບຕໍ່ອາຊີບຄູ, ຊຶ່ງເລື່ອງສັ້ນເຫລົ່ານີ້ ສະແດງໃຫ້ເຫັນວ່າ ການສຶກສາມີຄວາມສຳຄັນ ແລະ ຮັບຮູ້ເຖິງບົດບາດສຳຄັນຂອງຜູ້ເຮັດວຽກໃນຂະແໜງການສຶກສາ ກໍຄື ຄູ, ພ້ອມດ້ວຍສະມາຊິກຊຸມຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ ໃນການສ້າງອະນາຄົດຂອງປະເທດຊາດ. ຫົວໃຈສຳຄັນຂອງແຜນໂຄສະນາ ແມ່ນຂໍ້ຄວາມສຳຄັນໜຶ່ງ ທີ່ພວກເຮົາຕ້ອງການໃຫ້ຜູ້ຊົມຈົດຈຳວ່າ: ການສຶກສາ ບໍ່ພຽງແຕ່ການມີວຽກເຮັດງານທຳເທົ່ານັ້ນ, ແຕ່ການສຶກສາຍັງຊ່ວຍໃຫ້ໄດ້ຮັບທັກສະ, ຮູ້ຈັກຄົ້ນຄິດແບບວິເຄາະ ແລະ ການມີອິດສະລະພາບໃນການສ້າງອະນາ ຄົດຂອງຕົນເອງ. ບັນດາເລື່ອງເຫລົ່ານັ້ນ ເປັນເລື່ອງທີ່ສົມມຸດຂຶ້ນ ແຕ່ໄດ້ຮັບແຮງບັນດານໃຈຈາກປະສົບການຕົວຈິງ. ດັ່ງນັ້ນ, ຄອບຄົວຈຶ່ງສາມາດເຫັນຕົວເອງໃນຕົວລະຄອນທີ່ເປັນຕົວແທນໃນເລື່ອງ ແລະ ໄດ້ຮັບເຊີນໃຫ້ສະແດງໃນວິດີໂອດັ່ງກ່າວ. ພວກເຮົາຫວັງວ່າ ບັນດາວິດີໂອຈະສາມາດຖ່າຍທອດຂໍ້ຄວາມຈາກຈໍໄປສູ່ ການຕັດສິນໃຈຕົວຈິງ, ທາງເລືອກທີ່ເຮັດໃຫ້ເດັກນ້ອຍໄດ້ຮຽນ, ສ້າງການສະໜັບສະໜູນໃນທ້ອງຖິ່ນ ເພື່ອພັດທະນາໂຮງຮຽນ ແລະ ສົ່ງເສີມການຮັກສາຄູ ໃຫ້ສືບຕໍ່ປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ. ຜົນສຳເລັດແຜນໂຄສະນານີ້ ເປັນຂີດໝາຍສຳຄັນຂອງຄວາມພະຍາຍາມລະດັບແຫ່ງຊາດ ໃນການສົ່ງເສີມການຮຽນ ແລະ ສ້າງໂອກາດໃຫ້ແກ່ເດັກທຸກຄົນ. ສະນັ້ນ, ຮຽກຮ້ອງໃຫ້ຄູ່ຮ່ວມງານ, ສື່ມວນຊົນ, ພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ຄູອາຈານ, ຄະນະພັດທະນາການສຶກສາຂັ້ນບ້ານ ຈົ່ງຊ່ວຍກັນເຜີຍແຜ່ ວິດີໂອດັ່ງກ່າວໃນໂອກາດຕ່າງໆຢ່າງພ້ອມໃຈກັນ ເພື່ອໃຫ້ການໄດ້ຮັບຊົມ ນຳໄປສູ່ການສົນທະນາໃນຂັ້ນທ້ອງຖິ່ນ, ເພື່ອຊ່ວຍການເພີ່ມອັດຕາການເຂົ້າໂຮງຮຽນ ແລະ ຄວາມເປັນເຈົ້າການຂອງຊຸມຊົນເພື່ອຊ່ວຍກັນສົ່ງເສີມການສຶກສາ. ວິດີໂອເລື່ອງສັ້ນນີ້ ຍັງເປັນເຄື່ອງມືສຳລັບຄູອາຈານ, ພໍ່ແມ່ ແລະ ຊຸມຊົນ ເພື່ອເລີ່ມຕົ້ນການສົນທະນາກ່ຽວກັບຄວາມສຳຄັນຂອງການສຶກສາໃນຫ້ອງຮຽນ, ຢູ່ບ້ານ ແລະ ຢູ່ເຮືອນ.

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບຸລິມະສິດຂອງຕົນ, ນັບແຕ່ການພັດທະນາຫລັກສູດ ແລະ ການພັດທະນາວິຊາຊີບຄູ ໄປຈົນເຖິງການປ່ຽນແປງທັດສະນະຄະຕິ ຂອງປະຊາຊົນກ່ຽວກັບການຮຽນ. ແຜນໂຄສະ ນາຄັ້ງນີ້ ຖືກອອກແບບມາ ເພື່ອກະຕຸ້ນການປ່ຽນແປງຜ່ານເລື່ອງສັ້ນ ທີ່ມີແຮງບັນດານໃຈ ເຂົ້າເຖິງຄວາມຮູ້ສຶກ ແລະ ຈິດໃຈຂອງຫລາຍຄົນຢ່າງກວ້າງຂວາງ. ເປົ້າໝາຍຂອງພວກເຮົາ ແມ່ນເພື່ອປ່ຽນແປງວິທີທີ່ຄົນຄິດ ຕໍ່ກັບການສຶກສາ ເພື່ອສະແດງໃຫ້ນັກຮຽນ ແລະ ພໍ່ແມ່ເຫັນວ່າ ການສຶກສາເພີ່ມໂອກາດ, ສ້າງທັກສະທີ່ສຳຄັນ ແລະ ຊ່ວຍໃຫ້ຄົນຜູ້ໜຶ່ງສ້າງອະນາຄົດຂອງຕົນເອງ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ທີ່ໄດ້ສະໜັບສະໜູນການພັດທະນາ ແລະ ການຜະລິດວິດີໂອທີ່ສ້າງສັນ ແລະ ສະແດງອອກໃຫ້ເຫັນເຖິງຄວາມເປັນທ້ອງຖິ່ນ. ວິດີໂອແມ່ນຈະສື່ສານໂດຍກົງໄປຫາພໍ່ແມ່, ນັກຮຽນ ແລະ ຄູອາຈານ ດ້ວຍຄວາມຈິງໃຈ ແລະ ເຕັມໄປດ້ວຍຄວາມຫວັງ. ພວກເຮົາຫວັງວ່າ ຈະໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມງານທຸກພາກສ່ວນ ເພື່ອຮັບປະກັນວ່າ ວິດີໂອທັງໝົດນີ້ ຈະໄດ້ຖືກຮັບຊົມຢ່າງກວ້າງຂວາງ ແລະ ເປັນແຮງບັນດານໃຈ ໃຫ້ມີການປະກອບສ່ວນສົ່ງເສີມການສຶກສາໃນຂັ້ນຊຸມຊົນ.

