Homeຂ່າວຕ່າງປະເທດອົດສະຕຣາລີ ເຕືອນສົງຄາມ ອີຣານ ແກ່ຍາວ ມີຄວາມສ່ຽງຕໍ່ເສດຖະກິດ

ອົດສະຕຣາລີ ເຕືອນສົງຄາມ ອີຣານ ແກ່ຍາວ ມີຄວາມສ່ຽງຕໍ່ເສດຖະກິດ

ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ຄຣີສໂຕເຟີຣ ເຄນ ຜູ້ຊ່ວຍທະນາຄານກາງອົດສະຕຣາລີ (RBA ) ເປີດເຜີຍວ່າ ຄວາມຂັດແຍ່ງໃນເຂດຕາເວັນອອກກາງແກ່ຍາວເທົ່າໃດ ຄວາມເສຍຫາຍທາງດ້ານເສດຖະກິດ ຈະເພີ່ມທະວີຫລາຍຂຶ້ນ ເທົ່ານັ້ນ. ສະນັ້ນເຈົ້າໜ້າທີ່ກໍານົດນະໂຍບາຍຂອງ RBA ຈໍາເປັນຕ້ອງສ້າງຄວາມໝັ້ນໃຈວ່າລາຄາພະລັງງານເພີ່ມສູງຂຶ້ນຈະບໍ່ເຮັດໃຫ້ການຄາດການເງິນເຟີ້ຫລຸດຈາກກອບ. ໃນລະຫວ່າງການກ່າວສູນທອນພົດໃນເວທີສົນທະນາ ຊຶ່ງຈັດຂຶ້ນໃນນະຄອນຊິດນີ ວ່າ: ຄວາມຂັດແຍ່ງໃນຕາເວັນອອກກາງໄດ້ເຮັດໃຫ້ພາວະເສດຖະກິດການເງິນຢຸດຈຶ້ງຫລາຍຂຶ້ນ ແລະ ພາວະຢຸດຈຶ້ງດ້ານການສະໜອງກໍ່ສົ່ງຜົນໃຫ້ເກີດຄວາມສ່ຽງຕໍ່ພາວະເງິນເຟີ້ເຊັ່ນກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments