ສຳນັກຂ່າວກຽວໂດ ລາຍງານວ່າ: ລັດຖະບານຍີ່ປຸ່ນ ໄດ້ເລີ່ມນໍາໃຊ້ນໍ້າມັນສຳຮອງ ຂອງລັດ ເພື່ອຮັກສາສະຖຽນລະພາບດ້ານປະລິມານນໍ້າມັນ ທ່າມກາງ ສົງຄາມ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ຝ່າຍອີຣານ ຍັງສືບຕໍ່ແກ່ຍາວ ຊຶ່ງເປັນການນໍາໃຊ້ນໍ້າມັນສຳຮອງ ຂອງປະເທດ ອອກມາໃຊ້ເປັນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ.
ການລະບາຍນໍ້າມັນ ຄັ້ງນີ້ ມີປະລິມານ ປະມານ 8,5 ລ້ານກິໂລລິດ ຫລື ທຽບເທົ່າປະລິມານຄວາມຕ້ອງການໃຊ້ໃນປະເທດ 30 ວັນ, ຊຶ່ງມີກຳນົດສຳເລັດພາຍໃນເດືອນເມສາ, ຫລັງຈາກທີ່ພາກເອກະຊົນ ໄດ້ນຳນໍ້າມັນສຳຮອງ ສຳລັບ 15 ວັນ ອອກມາໃຊ້ກ່ອນເມື່ອອາທິດຜ່ານມາ.
ຍີ່ປຸ່ນ ເລີ່ມມີຄວາມກັງວົນຫລາຍຂຶ້ນວ່າ ຈະເກີດພາວະຂາດແຄນນໍ້າມັນ ເນື່ອງຈາກເພີ່ງພານໍ້າມັນດີບ ນໍາເຂົ້າຈາກເຂດຕາເວັນອອກກາງ ຫລາຍກວ່າ 90% ຂອງ ປະລິມານນໍາເຂົ້າທັງໝົດ, ໃນຂະນະທີ່ ລັດຖະບານ ໄດ້ປິດຊ່ອງແຄບຮໍມຸດ ຊຶ່ງເປັນເສັ້ນທາງຂົນສົ່ງພະລັງງານທີ່ສຳຄັນ ຂອງໂລກ ເພື່ອຕອບໂຕ້ ສ.ອາເມລິກາ ແລະ ອິດສະຣາແອນ ທີ່ໂຈມຕີ ອີຣານ ເມື່ອວັນທີ 28 ກຸມພາຜ່ານມາ./

