ສຳນັກຂ່າວອິນໂຟເຄວສ: ລັດຖະບານຣັດເຊຍ ປະກາດມາດຕະການຫ້າມສົ່ງອອກນໍ້າມັນແອັດຊັງ ເລີ່ມແຕ່ ວັນທີ 1 ເມສານີ້, ເພື່ອຄວບຄຸມລາຄາພາຍໃນປະເທດ ແລະ ໃຫ້ຄວາມສຳຄັນໃນການຈັດຫາເຊື້ອໄຟພາຍໃນປະເທດ ທ່າມກາງການເໜັງຕິງ ຂອງຕະຫລາດພະລັງງານໂລກ ຈາກສະຖານະການໃນເຂດຕາເວັນອອກກາງ.
ມາດຕະການດັ່ງກ່າວເກີດຂຶ້ນ ຫລັງຈາກກອງປະຊຸມ ທີ່ມີ ທ່ານ ອາເລັກ ຊານເດີຣ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ເປັນປະທານ, ໂດຍມີການຕິດຕາມສະຖານະການຕະຫລາດຜະລິດຕະພັນປິໂຕຣລ່ຽມ ພາຍໃນປະເທດ ຢ່າງໃກ້ຊິດ. ທ່ານ ອາເລັກ ຊານເດີຣ ໂນວັກ ກ່າວວ່າ ວິກິດການໃນເຂດຕາເວັນອອກກາງ ພວມສົ່ງຜົນໃຫ້ລາຄານໍ້າມັນ ແລະ ຜະລິດຕະພັນພະລັງງານໂລກເໜັງຕິງ. ເຖິງແມ່ນວ່າຄວາມຕ້ອງການພະລັງງານ ຈາກຣັດເຊຍ ຢູ່ຕ່າງປະເທດ ຍັງຄົງຢູ່ໃນລະດັບສູງ. ນອກຈາກນີ້ກອງປະຊຸມດັ່ງກ່າວ ຍັງໄດ້ເນັ້ນໜັກເຖິງເປົ້າໝາຍ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ທີ່ຕ້ອງການຄວບຄຸມບໍ່ໃຫ້ລາຄານໍ້າມັນເຊື້ອໄຟພາຍໃນປະເທດ ປັບຕົວສູງເກີນຕົວເລກທີ່ກຳນົດໄວ້.

