Homeຂ່າວຕ່າງປະເທດຫວຽດນາມ ສົ່ງອອກເອເລັກໂຕນິກ ບັນລຸເກືອບ 37,5 ຕື້ໂດລາ

ຫວຽດນາມ ສົ່ງອອກເອເລັກໂຕນິກ ບັນລຸເກືອບ 37,5 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ: ເມື່ອບໍ່ດົນມານີ້, ສະມາຄົມນັກທຸລະກິດເອເລັກໂຕນິກຫວຽດນາມ ໃຫ້ຮູ້ວ່າ , ໃບສັ່ງຊື້ສິນຄ້າ ໃນໄຕມາດ I/2026 ຂອງຂະແໜງເອເລັກໂຕນິກ ທີ່ມີຄວາມຕັ້ງໜ້າ, ລວມທັງໃນໂອກາດບຸນປີໃໝ່ ປະຈຳຊາດ, ບັນດາວິສາຫະກິດ ຍັງສືບຕໍ່ຮັກສາການສົ່ງອອກຢ່າງຕໍ່ເນື່ອງ.

ການເຄື່ອນໄຫວສົ່ງອອກສິນຄ້າເອເລັກໂຕນິກ ຂອງ ຫວຽດນາມ ໄດ້ຂະຫຍາຍຕົວ ຢ່າງຕັ້ງໜ້າ ນັບແຕ່ ຕົ້ນປີ ມາຮອດ ປັດຈຸບັນ (ໄລ່ຮອດວັນທີ 15 ມີນາ), ການສົ່ງອອກເອເລັກໂຕນິກ ໄດ້ນຳວົງເງິນມາ ໃຫ້ຫວຽດນາມ ເກືອບ 37,5 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 9,36 ຕື້ໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີກາຍນີ້.

ສ່ວນປີ 2025, ຂະແໜງເອເລັກໂຕນິກ ໄດ້ສົ່ງອອກສິນຄ້າ ບັນລຸ ຕົວເລກ ສະຖິຕິ ເກືອບ 165 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ ເມື່ອທຽບໃສ່ ປີ 2024 (126,5 ຕື້ໂດລາສະຫະລັດ). ຕາມການ ຕີລາຄາ ຂອງ ບັນດານັກຊ່ຽວຊານແລ້ວ, ໃນໄລຍະ 2 ປີມານີ້, ມູນຄ່າ ແລະ ປະເພດສິນຄ້າ ເອເລັກໂຕນິກ ສົ່ງອອກ ເພີ່ມຂຶ້ນ, ດ້ວຍຫຼາຍຮູບແບບ ລວມທັງ ຜະລິດຕະພັນ ຫລາຍຢ່າງ ໄດ້ສ້າງຄວາມ ປະທັບໃຈ ຢູ່ໃນງານ ວາງສະແດງ ສາກົນ. ໃນນັ້ນ ບັນດາຮູບແບບ ການຜະລິດ ຄື: ການຫັນເປັນ ອັດຕະໂນມັດ, ໝູນໃຊ້ ເອໄອ, ເປັນເຈົ້າການ ແຫລ່ງສະໜອງ ແລະ ຍົກອັດຕາ ການຫັນ ເປັນພາຍໃນ ເພື່ອຊ່ວຍໃຫ້ຂະແໜງ ເອເລັກໂຕນິກ ໄດ້ຍົກສູງ ຖານະ ບົດບາດ ໃນລະບົບ ສະໜອງທົ່ວໂລກ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments