ວິທະຍຸກະຈາຍສຽງຫວຽດນາມ: ວັນທີ 27 ມີນາ, ອີຣານ ຍັງຄົງຍອມຮັບການເປີດຊ່ອງທາງໄປ-ມາ ທີ່ປອດໄພໃຫ້ແກ່ ບັນດາກໍາປັ່ນຂົນສົ່ງ ເຄື່ອງຊ່ວຍເຫລືອດ້ານມະນຸດສະທຳ ໄປຜ່ານຊ່ອງແຄບທະເລຮໍມຸດ (Hormuz). ເຖິງແມ່ນວ່າຖະແຫລງປິດປະຕູຊ່ອງແຄບທະເລຮໍມຸດ ຢ່າງສິ້ນເຊີງເພື່ອໂຕ້ຕອບ ຕໍ່ກັບບັນດາການເຄື່ອນໄຫວການທະຫານ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ,
ທ່ານ Ali Bahreini ເອກອັກຄະລັດຖະທູດອີຣານ ປະຈຳ ສປຊ ໄດ້ປະກາດແຈ້ງການດັ່ງກ່າວ, ການກະທຳດັ່ງນີ້ໄດ້ສ່ອງແສງ ໃຫ້ເຫັນເຖິງຄຳໝັ້ນສັນຍາຢ່າງຕໍ່ເນື່ອງ ຂອງອີຣານ ກ່ຽວກັບການໜູນຊ່ວຍ ບັນດາຄວາມມານະພະຍາຍາມມະນຸດສະທຳ ແລະ ຮັບປະກັນວ່າ ສິນຄ້າຈຳເປັນອາດຈະສາມາດໄປຮອດບັນດາເປົ້າໝາຍໃນໄວໆ ນີ້.
ໃນຂະນະດຽວກັນ, ສປຊ ໃຫ້ຮູ້ວ່າ ໄດ້ສ້າງກຸ່ມປະຕິບັດງານພິເສດເພື່ອສ້າງກົນໄກໃໝ່ໃຫ້ແກ່ຊ່ອງແຄບທະເລຮໍມຸດ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຊື້-ຂາຍປຸ໋ຍ ແລະ ການຂົນສົ່ງບັນດາວັດຖຸດິບທີ່ກ່ຽວຂ້ອງ ເພື່ອຫລຸດຜ່ອນບັນດາຜົນກະທົບດ້ານມະນຸດສະທຳຈາກສົງຄາມອີຣານ.

