Homeຂ່າວໜ້າໜຶ່ງຄະນະລັດຖະບານ ຊຸດທີ X ດຳເນີນກອງປະຊຸມຄັ້ງປະຖົມມະລືກ

ຄະນະລັດຖະບານ ຊຸດທີ X ດຳເນີນກອງປະຊຸມຄັ້ງປະຖົມມະລືກ

ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X ຈັດຂຶ້ນໃນວັນທີ 30 ມີນາ 2026 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ທັງນີ້, ກໍເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວ່າດ້ວຍການຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ຮ່າງແຜນດໍາເນີນງານ ຂອງລັດຖະບານ ຊຸດທີ X (2026-2030); ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X; ຮ່າງຂໍ້ຕົກລົງ ວ່າດ້ວຍແບ່ງຄວາມຮັບຜິດຊອບ ຂອງທ່ານນາຍົກ-ຮອງນາຍົກລັດຖະມົນຕີ; ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ລົງຊ່ວຍນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ; ບັນຊີໂຄງການລະດັບຊາດ ໄລຍະ 5 ປີ (2026-2030) ທີ່ດຶງດູດການລົງທຶນຈາກພາກເອກະຊົນ; ແຜນຜັນຂະຫຍາຍການປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມລົດໄຟຟ້າ (EV) ກໍຄື ການນໍາໃຊ້ພະລັງງານທາງເລືອກອື່ນ ຢູ່ ສປປ ລາວ ແລະ ບັນຊີໂຄງການລະດັບຊາດ ທີ່ເປັນການລົງທຶນຂອງລັດ.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດ ທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ ໂດຍສະເພາະ ຂໍ້ຂັດແຍ່ງຂອງບັນດາປະເທດໃຫຍ່ ແລະ ບັນດາປະເທດຕາເວັນອອກກາງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ ການສະໜອງ ແລະ ລາຄານໍ້າມັນເຊື້ອໄຟຂອງປະເທດເຮົາ, ຊຶ່ງໝາຍຄວາມວ່າ ລັດຖະບານ ຊຸດທີ X ໄດ້ເລີ່ມຕົ້ນການປະຕິບັດໜ້າທີ່ ໃນສະພາບແວດລ້ອມທີ່ເຄັ່ງຮ້ອນ ແລະ ສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຄວາມໝັ້ນຄົງທາງດ້ານພະລັງງານ; ການຫັນເປັນດີຈິຕອນ ແລະ ຊັບພະຍາກອນມະນຸດ; ການບໍລິຫານ ແລະ ກົນໄກຈຳນວນໜຶ່ງ ທີ່ຍັງອຸດຕັນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ກໍຄື ບັນດາມະຕິ, ຄໍາສັ່ງ ແລະ ແຈ້ງການຂອງລັດຖະບານ ບໍ່ມີປະສິດທິຜົນເທົ່າທີ່ຄວນ; ໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ອື່ນໆ. ດ້ວຍເຫດນັ້ນ ສະມາຊິກລັດຖະບານ ຊຸດທີ X ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດໜ້າທີ່ ໃນພາລະກິດທີ່ຖືກມອບໝາຍຈາກປະຊາຊົນລາວບັນດາເຜົ່າ ໂດຍປະຕິບັດຕາມທິດຊີ້ນໍາ ຂອງສະຫາຍ ເລຂາທິການໃຫຍ່ ຄື: ສ້າງລັດຖະບານ ຊຸດທີ X ຫັນເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂສະພາບ “ເວົ້າຫລາຍເຮັດໜ້ອຍ ຫລື ບໍ່ເຮັດ, ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫລື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນໄດ້ຮັບ ຫລື ເກີດຜົນທີ່ສາມາດຈັບຕ້ອງໄດ້”; ເປັນເຈົ້າການຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງຊາດ ວາງອອກ ດ້ວຍຄວາມຮັບຜິດຊອບສູງ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້. ພິເສດ ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ, ເປັນກໍາລັງໃຈ ໃຫ້ແກ່ລັດຖະບານຊຸດໃໝ່.

ຂ່າວ: ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments