Homeຂ່າວພາຍໃນຄະນະຜູ້ແທນລາວ ເຂົ້າຮ່ວມໂຄງການຝຶກອົບຮົມໄລຍະສັ້ນ ຢູ່ຫວຽດນາມ

ຄະນະຜູ້ແທນລາວ ເຂົ້າຮ່ວມໂຄງການຝຶກອົບຮົມໄລຍະສັ້ນ ຢູ່ຫວຽດນາມ

ໃນລະຫວ່າງ ວັນທີ 23-28 ມີນາ 2026 ນີ້, ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ຈາກ ສປປ ລາວ ຈໍານວນ 20 ກວ່າທ່ານ ທີ່ເປັນພະນັກງານການນໍາ ຈາກ 7 ຂະແໜງການກ່ຽວຂ້ອງໃນຂັ້ນສູນກາງ ແລະ 3 ແຂວງ (ອຸດົມໄຊ, ບໍລິຄຳໄຊ ແລະ ສະຫວັນນະເຂດ), 2 ສະຖາບັນການສຶກສາ, ​ພາກສ່ວນວິສະຫະກິດ ແລະ ຕົວແທນຈາກພາກສ່ວນທຸລະກິດເອກະຊົນ ເຂົ້າຮ່ວມໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ຂັ້ນຜູ້ບໍລິຫານການນໍາພາຂອງ ສປປ ລາວ (Lao Economic Leadership Program 2026 (LELP) ທີ່ ໂຮງຮຽນນະໂຍບາຍ ແລະ ບໍລິຫານພາກລັດ ມະຫາວິທະຍາໄລ ຟູລບຣາຍ (Fulbright University) ທີ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ.

ໂຄງການຝຶກອົບຮົມຄັ້ງນີ້, ຈັດຂຶ້ນພາຍໃຕ້ຂອບການຮ່ວມມືດ້ານວິຊາການ ການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສສ ຫວຽດນາມ ສໍາລັບປີ 2026 ເພື່ອຍົກສູງຂີດຄວາມສາມາດຂອງເຈົ້າໜ້າທີ່ຂັ້ນການນໍາພາ ຂອງພາກລັດ, ສະຖາບັນການສຶກສາ ແລະ ພາກທຸລະກິດ ໃນດ້ານການຄົ້ນຄວ້າ ແລະ ວິເຄາະກ່ຽວກັບນະໂຍບາຍ ແລະ ຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມຂອງພາກລັດ, ການແລກປ່ຽນ ແລະ ຖອດຖອນບົດຮຽນ ຮ່ວມກັບຊ່ຽວຊານຈາກ ສສ ຫວຽດນາມ ກ່ຽວກັບດ້ານສະພາບການເສດຖະກິດສາກົນ ແລະ ພາກພື້ນ, ພ້ອມທັງມີການປຽບທຽບ ນະໂຍບາຍຂອງບັນດາປະເທດເພື່ອນບ້ານ ໃນການຮັບມືກັບບັນດາສິ່ງທ້າທາຍໃນສະພາບການພົວພັນເສດຖະກິດໃນຍຸກໃໝ່ ແລະ ການຫັນເອົາສິ່ງທ້າທາຍໃຫ້ເປັນກາລະໂອກາດໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ແລະ ວິເຄາະລົງເລິກດ້ານການແກ້ໄຂບັນຫາເສດຖະກິດມະຫາພາກ, ສົນທະນາກັບຜູ້ຊ່ຽວຊານດ້ານເສດຖະກິດ ແລະ ການພັດທະນາຂອງໂຮງຮຽນນະໂຍບາຍ ແລະ ບໍລິຫານພາກລັດ ທີ່ຂຶ້ນກັບມະຫາວິທະຍາໄລ Fulbright ເປັນຕົ້ນ ການຮັກສາສະຖຽນລະພາບທາງດ້ານການເງິນ ແລະ ງົບປະມານ ລວມທັງ ນະໂຍບາຍດ້ານພາສີອາກອນ,​ ທະນາຄານ ແລະ ການໃຊ້ຈ່າຍບໍລິຫານລັດ, ນະໂຍບາຍດ້ານການລົງທຶນ,​ ດ້ານການຄ້າ, ດ້ານການບໍລິການ ແລະ ການຫັນປ່ຽນໂຄງສ້າງເສດຖະກິດ ລວມທັງການຫັນປ່ຽນລະບົບການບໍລິຫານລັດແບບດີຈິຕອນ ເພື່ອສົ່ງເສີມການດຶງດູດການລົງທຶນ ແລະ ບໍລິການດ້ານການຄ້າ, ການກໍ່ສ້າງຊັບພະຍາກອນມະນຸດ ເພື່ອຮອງຮັບກັບການຂະຫຍາຍອຸດສາຫະກໍາທັນສະໄໝ ໃນຍຸກອຸດສາຫະກໍາ 4.0 ແລະ ດ້ານອື່ນໆ. ນອກນັ້ນ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ລົງໄປຢ້ຽມຢາມ ແລະ ທັດສະນະສຶກສາກ່ຽວກັບ ອຸດສາຫະກໍາການສ້າງຕົວເມືອງອັດສະລິຍະ ຂອງບໍລິສັດວິສະຫະກິດຫຸ້ນສ່ວນ ເພື່ອການລົງທຶນ ແລະ ການພັດທະນາເຂດອຸດສາຫະກໍາ ເບກາແມັກ (BECAMEX) ຢູ່ ນະຄອນໂຮ່ຈີ່ມິງ, ແລກປ່ຽນບົດຮຽນກັບ ຄະນະກຳມະການຮ່ວມມື ແລະ ການລົງທຶນ ຂອງນະຄອນຮາຍຟອງ, ຄະນະກໍາມະການຄຸ້ມຄອງສະຖານທີ່ມໍລະດົກໂລກຢູ່ ອ່າວວິງຮາລ່ອງ, ແຂວງກວາງນິງ ແລະ ເຂດຜະລິດລົດຍົນໄຟຟ້າ ຂອງກຸ່ມບໍລິສັດ VinFast. ​​

ໃນໂອກາດນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າພົບປະກັບ ທ່ານ ຫງຽນ ແມັງ ເກື່ອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ອີກດ້ວຍ.

ໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ຜູ້ບໍລິຫານລະດັບສູງຂອງ ສປປ ລາວ ໃນຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນໃນການເສີມສ້າງຂີດຄວາມສາມາດ ໃຫ້ແກ່ຄະນະຜູ້ແທນ ສປປ ລາວ ດ້ານການກຳນົດ ແລະ ດຳເນີນນະໂຍບາຍເສດຖະກິດ-ສັງຄົມ, ພ້ອມທັງ ເປັນການຮັດແໝ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນັ້ນ, ການຈັດຕັ້ງປະຕິບັດໂຄງການຄັ້ງນີ້, ຍັງເປັນອີກໜຶ່ງຕົວຢ່າງ ທີ່ສະທ້ອນໃຫ້ເຫັນການຮ່ວມມື ທີ່ໃກ້ຊິດ ແລະ ເປັນຮູບປະທຳ ລະຫວ່າງສອງປະເທດ ໂດຍສະເພາະ ການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ສຳລັບປີ 2026.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments