Homeຂ່າວພາຍໃນຈະລາຈອນ ນວ ເພີ່ມຄວາມຮູ້ໃຫ້ນັກຮຽນ ກ່ຽວກັບການປ່ຽນແປງທິດທາງການສັນຈອນ ຕາມ 9 ເສັ້ນທາງ ໃນ ນວ

ຈະລາຈອນ ນວ ເພີ່ມຄວາມຮູ້ໃຫ້ນັກຮຽນ ກ່ຽວກັບການປ່ຽນແປງທິດທາງການສັນຈອນ ຕາມ 9 ເສັ້ນທາງ ໃນ ນວ

ພາຍຫລັງ ເລີ່ມຈັດຕັ້ງປະຕິບັດ ການປັບປ່ຽນທິດທາງການສັນຈອນ ຕາມ 9 ເສັ້ນທາງ ໃນເຂດໃຈກາງຕົວເມືອງ ນະຄອນຫລວງວຽງຈັນ (ນວ) ເພື່ອອໍານວຍຄວາມສະດວກ ໃນການແລ່ນລົດເມດ່ວນ (BRT) ໃນວັນທີ 28 ກຸມພາ 2026 ເປັນຕົ້ນມາ ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ກໍໄດ້ເປັນເຈົ້າການໂຄສະນາເຜີຍແຜ່, ແນະນຳ ໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ໂດຍສະເພາະ ໄດ້ລົງເຜີຍແຜ່ຢູ່ຕາມໂຮງຮຽນແຫ່ງຕ່າງໆ ເພື່ອໃຫ້ນັກຮຽນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການນຳໃຊ້ຖະໜົນດັ່ງກ່າວຢ່າງປອດໄພ ແລະ ຖືກຕ້ອງ.

ເມື່ອບໍ່ດົນມານີ້, ທ່ານ ພັທ ຫລຽນໄຊ ມົງພົນຄໍາ ຫົວໜ້າກອງໂຄສະນາ, ພະແນກຕໍາຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນ ໄດ້ລົງເຜີຍແຜ່ເອກະສານ ກ່ຽວກັບການປ່ຽນແປງທິດທາງການສັນຈອນ ຕາມ 9 ເສັ້ນທາງ ໃນຂອບເຂດໃຈກາງນະຄອນຫລວງວຽງຈັນ ຢູ່ໂຮງຮຽນ ມສ ເພຍວັດ ໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມໝາຍ, ຄວາມສໍາຄັນ ແລະ ເຫດຜົນຂອງການປັບປ່ຽນທິດທາງການສັນຈອນ ດັ່ງກ່າວ, ພ້ອມທັງ ແນະນຳໃຫ້ນັກຮຽນຮັບຮູ້ຊື່ເສັ້ນທາງແຕ່ລະເສັ້ນ ທີ່ໄດ້ມີການປັບປ່ຽນທິດທາງການສັນຈອນ ແລະ ໃຫ້ມີສະຕິໃນການຂັບຂີ່, ໃຫ້ເອົາໃຈໃສ່ ປະຕິບັດຕາມກົດລະບຽບການສັນຈອນ ໂດຍສະເພາະ ໃຫ້ປະຕິບັດຕາມປ້າຍສັນຍານ, ປ້າຍຫ້າມ ແລະ ສັນຍະລັກການສັນຈອນ ທີ່ໄດ້ປັກໝາຍ ແລະ ແຕ້ມໄວ້ຕາມເສັ້ນທາງ ຢ່າງເຂັ້ມງວດ ແນໃສ່ຫລີກລ່ຽງການເກີດອຸບັດເຫດ ແລະ ເພື່ອສ້າງຄວາມຊິນເຄີຍ ໃນການໃຊ້ຖະໜົນດັ່ງກ່າວ. ພ້ອມນີ້, ທ່ານຍັງເນັ້ນໃຫ້ນັກຮຽນ ຮັບຮູ້ເຖິງ ຄວາມສຳຄັນຂອງການປະຕິບັດຕາມກົດລະບຽບການສັນຈອນ ເປັນຕົ້ນ ການໃສໝວກກັນກະທົບ, ການຂັບຂີ່ຢ່າງມີສະຕິ ແລະ ການເຄາະລົບກົດລະບຽບ ເພື່ອສ້າງວັດທະນະທຳ ການຈະລາຈອນ ທີ່ດີໃນສັງຄົມ.

ສໍາລັບເສັ້ນທາງ ທີ່ໄດ້ມີການປັບປ່ຽນທິດທາງການສັນຈອນ ປະກອບມີ: ຖະໜົນດອນຈັນ (ແຄມຂອງ); ຖະໜົນຟ້າງຸ່ມ; ຖະໜົນເຈົ້າອານຸ (ເລີ່ມແຕ່ ສີ່ແຍກໄຟອຳນາດ ໂທລະໂຄ່ງ ຂອງຖະໜົນ ຂຸນບູລົມ ຫາ ຖະໜົນຟ້າງຸ່ມ); ຖະໜົນຝຣັ່ງຊົວຍິນ (ເລີ່ມແຕ່ຖະໜົນ ຟ້າງຸ່ມ ຫາ ຖະໜົນ ເສດຖາທິລາດ); ຖະໜົນໜໍ່ແກ້ວກຸມມານ (ເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ສາມແສນໄທ); ຖະໜົນມັນທາທຸລາດ (ເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ສາມແສນໄທ); ຖະໜົນ ກາລີນີ (Gallieni) ຕໍ່ໜ້າສະຖານທູດຝຣັ່ງ (ເລີ່ມແຕ່ ຖະໜົນ ເສດຖາທິລາດ ຫາ ຖະໜົນ ຄູວຽງ); ຖະໜົນມະໂຫສົດ (ເລີ່ມແຕ່ ໄຟອຳນາດ ແພດສາດ ຫາ ໄຟອຳນາດ ໂຮງໝໍມະໂຫສົດ).

ຢ່າງໃດກໍຕາມ ພະແນກຕໍາຫລວດຈະລາຈອນ ນະຄອນ ຫລວງວຽງຈັນ ໄດ້ເປັນເຈົ້າການ ໃນການລົງປະຈໍາແຕ່ລະເສັ້ນທາງ, ແຕ່ລະຈຸດ ທີ່ມີການປັບປ່ຽນທິດທາງການສັນຈອນ ເພື່ອແນະນຳ ແລະ ອຳນວຍຄວາມສະດວກ ໃຫ້ສັງຄົມ, ຜູ້ໃຊ້ລົດ ໃຊ້ຖະໜົນ ເຂົ້າໃຈໃນການນໍາໃຊ້ຕົວຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments