ເມື່ອບໍ່ດົນມານີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ພ້ອມດ້ວຍຄະນະໄພພິບັດ ໄດ້ລົງພື້ນທີ່ມອບເຄື່ອງຊ່ວຍເຫລືອໃຫ້ກອງພັນໃຫຍ່ ຈໍ11 ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ຄຳສາຍ ມຸນດວງສິງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ ຈໍ 11 ພ້ອມດ້ວຍຄະນະ.

ການລົງຊຸກຍູ້ ແລະ ມອບເຄື່ອງຊ່ວຍເຫລືອ ໃນຄັ້ງນີ້, ເປັນການໃຫ້ກໍາລັງໃຈ ນາຍ ແລະ ພົນທະຫານ ທີ່ຖືກຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ 2026 ທີ່ຜ່ານມາ, ສົ່ງຜົນກະທົບທາງດ້ານຊັບສິນຢ່າງມະ ຫາສານ ຊຶ່ງການຊ່ວຍເຫລືອດັ່ງກ່າວ, ປະກອບມີ: ນ້ຳດື່ມ ແລະ ເງິນ ລວມມູນຄ່າທັງໝົດ 52 ລ້ານກີບ. ພ້ອມນີ້, ຍັງໄດ້ມອບກະເບື້ອງມຸງຫລັງຄາ ໃຫ້ຫ້ອງການຊາວໜຸ່ມກອງທັບ ກະຊວງປ້ອງກັນປະເທດ ລວມມູນຄ່າ 25 ລ້ານກີບ. ພິເສດ, ການລົງຊຸກຍູ້ມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້, ຍັງໄດ້ມອບກະເບື້ອງໃຫ້ 4 ຄອບຄົວ ຂອງພະນັກງານສູນກາງຊາວໜຸ່ມ ທີ່ຖືກໄພພິບັດຈາກພາຍຸໃນຄັ້ງນີ້, ລວມມູນຄ່າ ການຊ່ວຍເຫລືອທັງໝົດ 78 ລ້ານກີບ ໃຫ້ກຽດມອບໂດຍ ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ.

