Homeຂ່າວພາຍໃນ4 ແຂວງພາກໃຕ້ລາວ ສືບຕໍ່ຮ່ວມມືໃນຫລາຍຂົງເຂດວຽກງານ ກັບ ແຂວງຢາລາຍ

4 ແຂວງພາກໃຕ້ລາວ ສືບຕໍ່ຮ່ວມມືໃນຫລາຍຂົງເຂດວຽກງານ ກັບ ແຂວງຢາລາຍ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ 4 ແຂວງພາກໃຕ້ ຂອງ ສປປ ລາວ (ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ກັບ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 29 ມີນາ 2026 ທີ່ແຂວງຢາລາຍ.

ການລົງນາມເຊັນບົດບັນທຶກຮ່ວມມື ຄັ້ງນີ້ ຖືເປັນກ້າວສຳຄັນ ໃນການຍົກລະດັບຄວາມສຳຄັນ ລະຫວ່າງ ແຂວງຢາລາຍ ກັບ 4 ແຂວງພາກໃຕ້ຂອງລາວ ໃຫ້ມີຄວາມໃກ້ຊິດ ແລະ ເປັນຮູບປະທຳ ພ້ອມທັງເປັນການເພີ່ມໂອກາດ ໃນການສົ່ງເສີມສັກກະຍະພາບ ແຕ່ລະພື້ນທີ່ໃຫ້ເຕີບໂຕໄປພ້ອມກັນ.

ສະເພາະ ແຂວງອັດຕະປື ແລະ ແຂວງຢາລາຍ ໃນການເຊັນບົດບັນທຶກຮ່ວມມືກັນຄັ້ງນີ້ ແມ່ນແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງອັດຕະປື ແລະ ແຂວງຢາລາຍ, ຮ່ວມລົງນາມ ເຊັນບົດບັນທຶກຄັ້ງນີ້ ໂດຍທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື ແລະ ທ່ານ ນາງ ຫງວຽນ ທີ້ ແທັງ ລິ໋ກ ຮອງປະທານຄະນະກຳມະການປະຊາຊົນ ແຂວງຢາລາຍ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເນື້ອໃນສໍາຄັນຂອງບົດບັນທຶກການຮ່ວມມື ລະຫວ່າງ ແຂວງອັດຕະປື ແລະ ແຂວງຢາລາຍ ຄັ້ງນີ້ ໄດ້ລະບຸໄວ້ວ່າ: ສອງຝ່າຍ ຈະໄດ້ສືບຕໍ່ແລກປ່ຽນຫລາຍວຽກງານນໍາກັນ, ໃນນີ້, ຂົງເຂດການສຶກສາ: ຈະບໍາລຸງສ້າງບຸກຄະລາກອນ ໃນໄລຍະແຕ່ສົກປີຮຽນ 2026-2027 ຮອດສົກປີຮຽນ 2030-2031, ຊຶ່ງໃນແຕ່ລະປີ ແຂວງຢາລາຍ ຈະສະໜອງທຶນຊ່ວຍເຫລືອຂົງເຂດສຶກສາ 100% ໃນລະດັບປະລິນຍາໂທ, ປະລິນຍາຕຼີ ແລະ ຊັ້ນສູງ ໃຫ້ນັກຮຽນ ແຂວງອັດຕະປື ຈໍານວນ 20 ທຶນ ລວມ 5 ປີ ມີຈໍານວນ 100 ທຶນ ມາຮຽນຢູ່ມະຫາວິທະຍາໄລ ແລະ ວິທະຍາໄລຂອງແຂວງຢາລາຍ.

ສຳລັບ ຂົງເຂດສາທາລະນະສຸກ ໃນແຕ່ລະປີ ແຂວງຢາລາຍ ຈະມີການແຕ່ງຕັ້ງຊ່ຽວຊານ ເພື່ອມາປະຕິບັດໜ້າທີ່ວຽກງານ ຊ່ວຍເຫລືອດ້ານເຕັກນິກວິຊາການ ຢູ່ແຂວງອັດຕະປື ພ້ອມທັງຮັບເອົາພະນັກງານ ແລະ ຈັດຕັ້ງການຝຶກອົບຮົມດ້ານວິຊາການ, ເຕັກນິກ ໃຫ້ພະນັກງານແພດໝໍ ຂອງໂຮງໝໍແຂວງອັດຕະປື ຈໍານວນ 3 ທ່ານຕື່ມອີກ. ຂົງເຂດການຮ່ວມມືດ້ານການລົງທຶນ: ສອງຝ່າຍ ຈະເພີ່ມທະວີການແລກປ່ຽນຂໍ້ມູນ, ຊຸກຍູ້ບັນດາຫົວໜ່ວຍທຸລະກິດ ໃນການເຄື່ອນໄຫວຮ່ວມມື ແລະ ສົ່ງເສີມການລົງທຶນ ເພື່ອຮັບໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທ່າແຮງຂອງແຕ່ລະຝ່າຍ. ສ່ວນຂົງເຂດອຸດສາຫະກຳ ແລະ ການຄ້າ: ທາງແຂວງຢາລາຍ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງເງື່ອນໄຂຄວາມສະດວກ ໃຫ້ແກ່ການຈໍລະຈອນສິນຄ້າ ທີ່ເປັນຜະລິດຕະພັນຂອງບັນດາວິສາຫະກິດ ແຂວງອັດຕະປື ເວົ້າສະເພາະ, ເວົ້າລວມ ແມ່ນຂອງ ສປປ ລາວ ໃຫ້ໄປເຖິງທ່າເຮືອ ຫລື ສະໜາມບິນຂອງແຂວງຢາລາຍ ເພື່ອຜົນປະໂຫຍດຂອງການພັດທະນາເສດຖະກິດລວມ ແລະ ມິດຕະພາບອັນດີງາມ ລະຫວ່າງສອງຝ່າຍດ້ວຍກັນ.

ຂົງເຂດກະສິກໍາ ແຂວງຢາລາຍ ຍິນດີຕ້ອນຮັບຄະນະພະນັກງານ ໃນຂົງເຂດກະສິກໍາຂອງ ແຂວງອັດຕະປື ໄປແລກປ່ຽນບົດຮຽນ, ແບ່ງປັນປະສົບການ ໃນບັນດາຂົງເຂດວິຊາສະເພາະ, ປະກອບສ່ວນຍົກສູງຄວາມສາມາດ ແລະ ປະສິດທິຜົນ; ຂົງເຂດວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ: ສອງຝ່າຍ ຈະມີການສົມທົບຮ່ວມກັນ ເພື່ອຈັດຕັ້ງເຄື່ອນໄຫວບັນດາກິດຈະກໍາພົບປະວັດທະນະທໍາ ແນໃສ່ນໍາສະເໜີ, ໂຄສະນາບັນດາຄຸນຄ່າທາງດ້ານວັດທະນະທໍາ ທີ່ເປັນມູນເຊື້ອ ແລະ ເປັນເອກະລັກຂອງແຕ່ລະຝ່າຍ, ສົມທົບຮ່ວມກັນຈັດຕັ້ງການສໍາຫລວດ, ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່, ຈັດຕັ້ງ, ເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມໂຍງ ແລະ ຮ່ວມມືພັດທະນາການທ່ອງທ່ຽວ. ຂົງເຂດການຕ່າງປະເທດ: ສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການຮ່ວມມືໃນຂົງເຂດການຕ່າງປະເທດຢ່າງເປັນປະຈໍາ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ນໍ້າໃຈມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງຝ່າຍ. ນອກຈາກນີ້, ຂົງເຂດປ້ອງກັນຄວາມສະຫງົບ: ສອງຝ່າຍ ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະພາບແວດລ້ອມ, ສັນຕິພາບ, ການຮ່ວມມືມິດຕະພາບອັນດີງາມ ລະຫວ່າງ ສອງຝ່າຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments