ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ກອງປະຊຸມປະຈໍາປີ 2026 ຂອງເວທີປຶກສາຫາລືອາຊີໂປອາວ ໄດ້ອັດລົງໃນວັນທີ 27 ມີນາ ນີ້ຢູ່ແຂວງໄຫຫລຳ ຂອງຈີນ, ຜູ້ຕາງໜ້າປະມານ 2.000 ຄົນຈາກ 60 ກວ່າປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນນັ້ນ, ມີແຂກຮັບເຊີນສາກົນຫລາຍທ່ານ ຊີ້ໃຫ້ເຫັນວ່າ: ຈາກ “ແຜນການຂອງຈີນ” ທີ່ສະເໜີອອກໃນກອງປະຊຸມດັ່ງກ່າວຮອດຂໍ້ລິເລີ່ມທົ່ວໂລກຕ່າງໆທີ່ສະເໜີອອກໂດຍຈີນ, ລ້ວນແຕ່ໄດ້ວາດພາບຄໍາສັບສໍາຄັນໜຶ່ງຢ່າງຈະແຈ້ງ ຄື: ການເປີດປະຕູ.
ວົງການພາຍນອກ ໄດ້ໃຫ້ຄວາມສົນໃຈໂດຍລວມວ່າ: ແຜນແມ່ບົດຂອງການພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ຈັດວາງກ່ຽວກັບການເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ໂດຍສະເພາະ. ໃນ 5 ປີຂ້າງໜ້າ, ຈີນທທີ່ເປີດປະຕູສູ່ພາຍນອກກວ້າງກວ່າເກົ່າຈະນໍາມາເຊິ່ງ “ໂອກາດໃໝ່ ແລະ ການຮ່ວມມືໃໝ່” ດ້ານໃດແດ່?
ຕະຫລາດທີ່ມີປະຊາກອນຫລາຍກວ່າ 1 ຕື້ 400 ລ້ານຄົນ ຂອງຈີນ ມີທ່າແຮງບົ່ມຊ້ອນດ້ານຄວາມຕ້ອງການພາຍໃນອັນມະຫາສານ, ພວມຫັນຈາກ “ໂຮງງານໂລກ” ໄປສູ່ “ສູນກາງແຫ່ງຄວາມຕ້ອງການ”. ພ້ອມດຽວກັນນີ້, ດັດຊະນີການປະດິດສ້າງໃໝ່ຂອງຈີນ ກ້າວເຂົ້າສູ່ 10 ອັນດັບທໍາອິດຂອງໂລກ, ການພັດທະນາໃນຂົງເຂດສີຂຽວ ແລະ ປັນຍາປະດິດໄດ້ສະໜອງແຮງຂັບເຄື່ອນໃໝ່ໃຫ້ແກ່ການຫັນປ່ຽນຮູບແບບການພັດທະນາຂອງເສດຖະກິດໂລກ.

ພາຍໃຕ້ສະພາບການທີ່ລັດທິປົກປ້ອງການຄ້າມີທ່າອ່ຽງຟື້ນຕົວ, ການເປີດປະຕູຂອງຈີນ ໄດ້ກາຍເປັນຄວາມແນ່ນອນທີ່ສາມາດຈັບຕ້ອງໄດ້ຂອງໂລກ. ນັບແຕ່ຈີນ ສ້າງຕັ້ງດ່ານພາສີອິດສະຫລະທົ່ວເກາະໄຫຫລຳ ເປັນຕົ້ນມາ, ວິສາຫະກິດການຄ້າຕ່າງປະເທດທີ່ລົງທະບຽນໃໝ່ຢູ່ຈີນ ໄດ້ເພີ່ມຂຶ້ນ 65,7%, ຂະນະທີ່ຫົວໜ່ວຍທຸລະກິດ 11.773 ແຫ່ງ ໄດ້ຮັບອະນຸຍາດໃຫ້ນໍາໃຊ້ນະໂຍບາຍຍົກເວັ້ນພາສີ… ຄຸນຄ່າຂອງນະໂຍບາຍການເປີດປະຕູສູ່ພາຍນອກຂອງຈີນ ໄດ້ຫັນເປັນ “ຜົນໄດ້ຮັບ” ທີ່ເປັນຮູບປະທໍາ. ທ່ານ ປິເຕີ ເບີເນດ ປະທານສະພາການຄ້າ ອັງກິດ-ຈີນ ຂອງອັງກິດ ໃຫ້ຮູ້ວ່າ: ຂ້າພະເຈົ້າ ໃຫ້ຄໍາແນະນໍາແກ່ບໍລິສັດຈໍາໜ່າຍສິນຄ້າ ຫລື ບໍລິສັດໃຫ້ການບໍລິການຂອງອັງກິດ ສະເໝີວ່າ ຖ້າຢາກປະສົບຜົນສໍາເລັດໃນໂລກກໍຕ້ອງເລືອກດໍາເນີນທຸລະກິດຢູ່ຈີນ.
ເດືອນພະຈິກ ປີນີ້, ຈີນ ຈະເປັນເຈົ້າພາບຈັດກອງປະຊຸມຜູ້ນຳການຮ່ວມມືດ້ານເສດຖະກິດເອເປັກ ຄັ້ງທີ 33 ຢູ່ນະຄອນເຊີນເຈິ້ນ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາອາຊີປາຊີຟິກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ. ຈາກເມືອງໂປອາວ ຮອດ ນະຄອນເຊີນເຈິ້ນ, ຈີນ ໄດ້ພິສູດໃຫ້ເຫັນຄັ້ງແລ້ວຄັ້ງອີກດ້ວຍພຶດຕິກໍາຕົວຈິງວ່າ: ການຊົມໃຊ້ໂອກາດຮ່ວມກັນ ແລະ ການຮ່ວມກັນສ້າງອະນາຄົດກັບໂລກນັ້ນຍັງເປັນການຍຶດໝັ້ນທີ່ບໍ່ປ່ຽນແປງຂອງຈີນ.

