ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 27 ມີນາ ຜ່ານມາ, ແຂວງໄຫຫຼຳຂອງຈີນໄດ້ສະຫຼອງການເປີດນຳໃຊ້ລະບົບດ່ານພາສີອິດສະຫຼະທົ່ວເກາະ ຄົບຮອບ 100 ວັນ, ໂດຍອີງໃສ່ທີ່ຕັ້ງທີ່ມີທ່າແຮງພິເສດ ແລະ ຜົນປະໂຫຍດຈາກນະໂຍບາຍທີ່ເປັນດ່ານພາສີອິດສະຫຼະທົ່ວເກາະ, ມີສິນຄ້ານັບມື້ນັບຫຼາຍຂຶ້ນໄດ້ເຂົ້າ-ອອກຈີນຜ່ານທ່າການຄ້າເສລີແຫ່ງນີ້, ຍອດປະລິມານການຂົນສົ່ງສິນຄ້າຕ່າງປະເທດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ນັບມາຮອດປັດຈຸບັນ, ເກາະໄຫຫຼຳໄດ້ດຶງດູດ 180 ປະເທດ ແລະ ເຂດແຄ້ວນເຂົ້າມາລົງທຶນ, ຍົກເວັ້ນວີຊາເຂົ້າເມືອງໃຫ້ 86 ປະເທດ ແລະ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືກັບເຂດ ແລະ ທ່າກຳປັ່ນການຄ້າເສລີ 43 ແຫ່ງ. ໄຫຫຼຳພວມກາຍເປັນຈຸດສຸມດ້ານການລົງທຶນຈາກທົ່ວໂລກ.

