ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ທະນາຄານການລົງທຶນມາເລເຊຍປະກາດບົດລາຍງານວ່າ, ສະຖານະການເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງໃນປັດຈຸບັນກຳລັງຂະຫຍາຍອອກໄປຮອດອາຊີໂດຍຜ່ານຊ່ອງທາງພະລັງງານ ແລະ ຕ່ອງໂສ້ການສະໜອງ, ສ້າງຜົນກະທົບຕໍ່ເສດຖະກິດອາຊຽນ.
ບົດລາຍງານລະບຸວ່າ: ນັບລວມແລ້ວ ອາຊຽນອາໄສພະລັງງານທີ່ມາຈາກພາກພື້ນຕາເວັນອອກກາງໃນລະດັບສູງ, ການນຳເຂົ້ານໍ້າມັນດິບປະມານ 95% ຂອງຟີລິບປິນ ແລະ 88% ຂອງຫວຽດນາມມາຈາກອ່າວເປີເຊຍ. ໃນດ້ານນ້ຳມັນສຳເລັດຮູບ, ສິງກະໂປ, ອິນໂດເນເຊຍ ແລະ ໄທ ອາໄສການສະໜອງນ້ຳມັນກາຊວນຈາກພາກພື້ນຕາເວັນອອກກາງໃນລະດັບສູງ. ໃນດ້ານອາຍແກັສທຳມະຊາດ, ຫວຽດນາມນຳເຂົ້າອາຍແກ໊ສທຳມະຊາດຈຳນວນປະມານ 49% ຈາກປະເທດໃນອ່າວເປີເຊຍ.
ບົດລາຍງານລະບຸຕື່ມວ່າ: ປະເທດຈຳນວນໜຶ່ງໃນອາຊຽນຍັງມີຄວາມສ່ຽງໃນດ້ານປຸ໋ຍເຄມີກະສິກຳ. ຖ້າຫາກສະໜອງພະລັງງານ ແລະ ປຸ໋ຍເຄມີບໍ່ພຽງພໍຈະສົ່ງຜົນກະທົບຕໍ່ລາຄາທັນຍາຫານຕື່ມອີກ.

