Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຢ້ຽມຢາມ-ມອບເຄື່ອງຊ່ວຍເຫລືອປະຊາຊົນບ້ານໂພນສົມບູນ ທີ່ຖືກຜົນກະທົບຈາກພະຍຸໝາກເຫັບ

ນາຍົກລັດຖະມົນຕີ ຢ້ຽມຢາມ-ມອບເຄື່ອງຊ່ວຍເຫລືອປະຊາຊົນບ້ານໂພນສົມບູນ ທີ່ຖືກຜົນກະທົບຈາກພະຍຸໝາກເຫັບ

ຕອນເຊົ້າວັນທີ 28 ມີນາ 2026 ນີ້, ຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫລວງ ວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນະຄອນຫລວງວຽງຈັນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຖາມຂ່າວ, ຕິດຕາມສະພາບ ຄວາມເສຍຫາຍຕົວຈິງ ຈຸດທີ່ຖືກຜົນ ກະທົບໜັກຈາກພະຍຸໝາກເຫັບ ໃນວັນທີ 22 ມີນາຜ່ານມາ.

ໂອກາດນີ້, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 22 ມີນາ 2026 ໄດ້ເກີດມີພະຍຸໝາກເຫັບຕົກຢູ່ 2 ເມືອງຄື: ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ຊຶ່ງມີຜູ້ໄດ້ຮັບຜົນກະທົບທັງໝົດ 6.277 ຫລັງຄາເຮືອນ. ໃນນັ້ນ, ເມືອງສີໂຄດຕະບອງມີ 10 ບ້ານ 5.455 ຫລັງຄາເຮືອນ, ໂຮງຮຽນ 11 ແຫ່ງ, ວັດ 2 ແຫ່ງ, ຫ້ອງການບ້ານ 1 ຫລັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ ແລະ ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະ ຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍຈຳນວນ 109 ຫລັງ. ສ່ວນເມືອງນາຊາຍທອງ ມີ 8 ບ້ານ ຈຳນວນ 822 ຫລັງຄາເຮືອນ. ຈຸດທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນ ເຂດເມືອງສີໂຄະຕະບອງ ເປັນຕົ້ນ ບ້ານວຽງຄຳ ມີເຮືອນປະຊາຊົນເສຍຫາຍ 1.593 ຫລັງ, ຫ້ອງການບ້ານ 1 ຫລັງ, ໂຮງຮຽນປະຖົມ 1 ແຫ່ງ, ລົດໃຫຍ່ເປ່ເພ 14 ຄັນ ແລະ ປະຊາຊົນບາດເຈັບ 8 ຄົນ; ບ້ານຈັນສະຫວ່າງ ເຮືອນປະຊາຊົນເສຍຫາຍ 1.669 ຫລັງ, ວັດ 1 ແຫ່ງ, ໂຮງຮຽນມັດທະຍົມ 1 ແຫ່ງ, ໂຮງຮຽນອະນຸບານ 1 ແຫ່ງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ ແລະ ໄດ້ຢຸດການຮຽນ 3 ໂຮງຮຽນ; ບ້ານໂພນສົມບູນ ເຮືອນປະຊາຊົນເສຍຫາຍ 703 ຫລັງ, ສະເພາະ ຄຸ້ມທະ ຫານ ມີເຮືອນປະຊາຊົນເສຍຫາຍ 36 ຫລັງ. ໃນນີ້, ມີຄອບຄົວທຸກຍາກ 7 ຫລັງຄາເຮືອນ. ຜ່ານມາ ສະເພາະ ບ້ານໂພນສົມບູນ ໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນ ເຂົ້າສານ 1 ໂຕນ ແລະ ເຄື່ອງໃຊ້ໄຟຟ້າຈຳນວນໜຶ່ງ.

ສຳລັບ ການຊ່ວຍເຫລືອປະຊາຊົນນັບແຕ່ມື້ເກີດເຫດເຖິງວັນທີ 27 ມີນາ 2026 ໂດຍການຊີ້ນຳຢ່າງໃກ້ຊິດ ຂອງຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ, ໄດ້ມີການແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ, ຄະນະນຳ ຂອງ ນວ ແລະ ໄດ້ມອບໝາຍໃຫ້ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນນະຄອນຫລວງວຽງຈັນ ລົງສົມທົບກັບ ຄະນະກຳມະການໄພພິບັດຂັ້ນເມືອງ ຮີບຮ້ອນລົງແກ້ໄຂ ແລະ ຊ່ວຍເຫລືອພໍ່ແມ່ປະຊາຊົນເບື້ອງຕົ້ນ ຄື: ໄດ້ສຳເລັດ ສ້ອມແປງເສົາໄຟຟ້າ, ສາຍໄຟຟ້າ, ສະໜອງນໍ້າປະປາ ແລະ ສາຍອິນເຕີເນັດ ກັບສູ່ສະພາບປົກກະຕິແລ້ວ, ມາຮອດວັນທີ 27 ມີນາ 2026 ບັນດາການຈັດຕັ້ງ-ອົງການປົກຄອງແຂວງຈາກ 17 ແຂວງ ໃຫ້ການຊ່ວຍເຫລືອ ເປັນເງິນ 1,5 ຕື້ກວ່າກີບ, ເມືອງ ແລະ ພະແນກການອ້ອມຂ້າງ, ສະມາຄົມ, ຫົວໜ່ວຍທຸລະກິດ ໂດຍມອບ ເປັນວັດຖຸປັດໄຈ ລວມມູນຄ່າການຊ່ວຍເຫລືອເງິນສົດ 3 ຕື້ກວ່າກີບ ແລະ ອຸປະກອນຮັບໃຊ້ ມູນຄ່າ 1,6 ຕື້ກີບ ແລະ ປຸກລະດົມການຈັດຕັ້ງແຕ່ລະຂັ້ນ ແລະ ສັງຄົມໄດ້ ປະກອບສ່ວນແກ້ໄຂປະຊາຊົນທີ່ຖືກຜົນກະທົບ.

ສຳລັບ ແຜນການຕໍ່ໜ້າ ແມ່ນສືບຕໍ່ເລັ່ງເກັບກຳຂໍ້ມູນຜົນກະທົບ ເພື່ອໄປຂຶ້ນແຜນຈັດຫາອຸປະກອນມາ ປັບປຸງ, ສ້ອມແປງເຮືອນຊານ ແລະ ໃຫ້ການຊ່ວຍເຫລືອປະຊາຊົນ; ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຜູ້ທີ່ມີຄວາມຕ້ອງການແຮງງານ ໂດຍການຈັດແຮງງານຊາວໜຸ່ມ, ທະຫານ, ຕຳຫລວດ ລົງຊ່ວຍເຮັດອະນາໄມ ແລະ ທັບມ້າງຫລັງຄາທີ່ເປ່ເພ ແລະ ສ້ອມແປງຫລັງຄາຄືນໃໝ່ ເພື່ອໃຫ້ກັບຄືນມານໍາໃຊ້ເປັນປົກກະຕິ; ມອບຄວາມຮັບຜິດຊອບໃຫ້ບັນດາຮອງເລຂາຄະນະພັກ, ຄະນະປະຈຳພັກ, ຄະນະພັກ ນວ 21 ທ່ານ ທີ່ຖືກມອບໝາຍ ໃຫ້ລົງນໍາ ພາບັນຊາການເດີນສຳຫລວດປະເມີນຄວາມເສຍຫາຍ, ພ້ອມແກ້ໄຂຄວາມຫຍຸ້ງຍາກຢູ່ໃນ 18 ບ້ານນັບແຕ່ວັນທີ 27 ມີນາ 2026 ໃຫ້ສຳເລັດພາຍໃນ 30 ວັນ; ສືບຕໍ່ໂຄສະນາປຸກລະດົມຂົນຂວາຍທຶນສົມທົບຈາກແຫລ່ງຕ່າງໆ ເພື່ອນໍາມາຄົ້ນຄວ້ານະໂຍບາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍຄາດຄະເນຕັ້ງເປົ້າໝາຍໃຫ້ໄດ້ 10 ຕື້ກີບ ແລະ ອື່ນໆ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍມີທິດຊີ້ນໍາຕໍ່ຄະນະພັກ-ຄະນະນໍານະຄອນຫລວງວຽງຈັນ, ເມືອງ ແລະ ອໍານາດການປົກຄອງບ້ານໂພນສົມບູນ ຈົ່ງພ້ອມກັນເອົາໃຈໃສ່ຕິດຕາມຊ່ວຍເຫລືອພໍ່ແມ່ປະຊາຊົນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນຊ່ວຍເຫລືອ ໃຫ້ປະຊາຊົນທີ່ຫຍຸ້ງຍາກຂາດເຂີນ 6 ຄອບຄົວ, ຄອບຄົວລະ 15 ລ້ານກີບ; ຄະນະນຳນະຄອນຫລວງວຽງຈັນ ກໍໄດ້ມອບໃຫ້ປະຊາຊົນອີກ 30 ຄອບຄົວ, ຄອບຄົວລະ 5 ລ້ານກີບ. ນອກນັ້ນ, ໄດ້ມອບເຄື່ອງໃຫ້ຄະນະໄພພິບັດນະຄອນຫລວງວຽງຈັນ ເພື່ອແຈກຢາຍຊ່ວຍເຫລືອປະຊາຊົນຕື່ມຢູ່ເຂດເມືອງສີໂຄດ ແລະ ເມືອງນາຊາຍທອງ ປະກອບມີ: ເຄື່ອງໃຊ້ຄົວເຮືອນ 200 ຊຸດ, ⁠ສາດຢາງ 200 ຜືນ, ⁠ເຂົ້າສານຈ້າວ 25 ໂຕນ ແລະ ມຸ້ງ 200 ດາງ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments