Homeຂ່າວດ່ວນມອບເງິນຊ່ວຍເຫລືອອຄອບຄົວນາຍ ແລະ ພົນຕໍາຫລວດ ທີ່ໄດ້ຜົນກະທົບຈາກພະຍຸໝາກເຫັບ

ມອບເງິນຊ່ວຍເຫລືອອຄອບຄົວນາຍ ແລະ ພົນຕໍາຫລວດ ທີ່ໄດ້ຜົນກະທົບຈາກພະຍຸໝາກເຫັບ

ໃນວັນທີ 28 ມີນາ 2026 ນີ້, ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ພ້ອມຄະນະ ລົງຢ້ຽມຢາມໃຫ້ກໍາລັງໃຈ ແລະ ມອບເງິນນະໂຍບາຍ ເພື່ອຊ່ວຍບັນເທົາທຸກ ແລະ ໃຫ້ການຊ່ວຍເຫລືອຄອບຄົວນາຍ ແລະ ພົນຕໍາຫລວດ ທົ່ວກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ທີ່ໄດ້ຜົນກະທົບຈາກພະຍຸລະດູຮ້ອນ (ໝາກເຫັບຕົກ) ໃນວັນທີ 22 ມີນາ ຜ່ານມາ.

ການມອບເງິນຊ່ວຍເຫລືອໃນຄັ້ງນີ້, ຈຸດທີ 1 ມີ 4 ບ້ານ ຄື: ບ້ານໂພນສົມບູນ, ບ້ານຕາດທອງ, ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ແລະ ບ້ານດົງຫລວງ ເມືອງນາຊາຍທອງ. ໃນນັ້ນ, ມີຄອບຄົວນາຍ ແລະ ພົນຕໍາຫລວດ ກົມໃຫຍ່ການເມືອງ ປກສ ຈຳນວນ 7 ຄອບຄົວ, ຊຶ່ງໄດ້ມອບເງິນຊ່ວຍເຫລືອຄອບຄົວລະ 10 ລ້ານກີບ ແລະ ນໍ້າດື່ມ ຈໍານວນໜຶ່ງ.

ໂອກາດນີ້, ທ່ານ ພັທ ສຸກສະຫວັນ ແກ້ວບຸນພັນ ພະນັກງານກົມປ້ອງກັນກໍາລັງ ແລະ ຄອບຄົວ ທ່ານ ບຸນແຮງ ຫົງສາ ອະດີດພະນັກງານບໍານານ ກະຊວງ ປກສ ຊຶ່ງແມ່ນໝຶ່ງໃນຄອບຄົວ ທີ່ໄດ້ຮັບຜົນກະທົບຈາກພະຍຸດັ່ງກ່າວ ໄດ້ສະແດງຄວາມຂອບໃຈ ມາຍັງການຈັດຕັ້ງ ກໍຄື ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຢ້ຽມຢາມ ແລະ ໃຫ້ກໍາລັງໃຈຕໍ່ຄອບຄົວ ໃນຄັ້ງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments