Homeຂ່າວໜ້າໜຶ່ງເປີດໂຮງງານກັ່ນຫລອມວັດຖຸມີຄ່າ ລາວ-ສາກົນ

ເປີດໂຮງງານກັ່ນຫລອມວັດຖຸມີຄ່າ ລາວ-ສາກົນ

ພິທິເປີດໂຮງງານ ກັ່ນຫລອມ ວັດຖຸມີຄ່າ ລາວ-ສາກົນ ຈັດຂຶ້ນໃນຕອນແລງວັນທີ 27 ມີນາ 2026, ທີ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ເລຂາພັກແຂວງ, ຮອງລັດຖະມົນຕີ, ແຂກຖືກເຊີນ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເປີດໂຮງງານກັ່ນຫລອມວັດຖຸມີຄ່າ ລາວ-ສາກົນ ຖືເປັນຂີດໝາຍທາງປະຫວັດສາດ ທີ່ສຳຄັນ ຂອງ ສປປ ລາວ ໃນການກ້າວເຂົ້າສູ່ຕະຫລາດ ແລະ ອຸດສາຫະກຳຄໍາ ລະດັບໂລກ, ເປັນບາດກ້າວ ແລະ ຄວາມມຸ່ງໝັ້ນ ຕໍ່ການປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ນັບມື້ໄດ້ຮັບໝາກຜົນຫລາຍຂຶ້ນ, ເຮັດໃຫ້ປະເທດລາວ ມີໂຮງງານກັ່ນຫລອມຄໍາ ທີ່ໄດ້ມາດຕະຖານສາກົນ, ທັງເປັນການການປະກາດຄວາມພ້ອມ ທີ່ປະເທດລາວຈະກ້າວຂຶ້ນມີບົດບາດສໍາຄັນໃນຕະຫລາດຄໍາ, ຊຶ່ງຄຳລາວ ຈະກາຍເປັນຫລັກຊັບຄໍ້າປະກັນຄ່າເງິນກີບ ສ້າງຄວາມເຊື່ອໝັ້ນໃຫ້ແກ່ລະບົບເສດຖະກິດມະຫາພາກຂອງຊາດ ໃຫ້ມີຄວາມໝັ້ນຄົງ; ພ້ອມກັນນັ້ນ ໂຮງງານແຫ່ງນີ້ ຈະເປັນຕົວແທນໃຫ້ແກ່ອຸດສາຫະກໍາຍຸກໃໝ່ ທີ່ເນັ້ນໃສ່ຄວາມທັນສະໄໝ ແລະ ໄປຕາມທິດທີ່ຍືນຍົງ. ສະນັ້ນ, ຈຶ່ງຖືໄດ້ວ່າ ນີ້ຄືຕົວແບບທີ່ຢັ້ງຢືນມາດຕະຖານອຸດສາຫະກໍາຂອງລາວ ກ້າວໄປສູ່ລະດັບສາກົນແບບສະຫງ່າງາມ.

ໃນຕອນທ້າຍພິທີ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງ ແລະ ປະທານບໍລິສັດ ພີພີແອວ ໂຮນດິ້ງ ຈຳກັດ ໄດ້ພ້ອມກັນຕັດແຖບຜ້າ ເພື່ອເປີດການນຳໃຊ້ໂຮງງານ ຢ່າງເປັນທາງ ແລະ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນແກ່ການເປີດໂຮງງານ, ພ້ອມທັງ ສືບຕໍ່ຢ້ຽມຊົມອາຄານໂຮງງານດັ່ງກ່າວ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments