ສິ້ນສຸດແລ້ວການແຂ່ງຂັນບານເຕະນັກຮຽນມັດທະຍົມສຶກສາ (ຍິງ-ຊາຍ) ທົ່ວປະເທດ COPA COCA COLA LAOS 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງທີ VIII.
ເລີ່ມຈາກວັນທີ 9 ກູມພາ 2026 ມີການຄັດເລືອກໂຊນນະຄອນຫລວງວຽງຈັນ. ຈາກນັ້ນ, ກໍສືບຕໍ່ຄັດເລືອກໂຊນພາກໃຕ້ ແລະ ພາກເໜືອ ແລ້ວຈຶ່ງນໍາເອົາທີມທີ່ດີທີ່ສຸດມາຊີງໄຊໃນນະຄອນຫລວງວຽງຈັນ, ພ້ອມປິດສາກການແຂ່ງຂັນໃນວັນທີ 27 ກຸມພາ 2026 ດ້ວຍຜົນໄຊຊະນະພາກໃຕ້ຄອງແຊ້ມການແຂ່ງຂັນທັງຍິງ ແລະ ຊາຍ.
ການແຂ່ງຂັນມື້ສຸດທ້າຍ, ເລີ່ມແຂ່ງຈາກທີມຍິງ ລະຫວ່າງທີມຕົວແທນນະຄອນຫລວງວຽງຈັນ ໄດ້ແກ່ ມຕ. ບໍ່ໂອ ພົບກັບທີມ ແຂວງຈໍາປາສັກ ຜົນການແຂ່ງຂັນຈໍາປາສັກສະແດງຄວາມສາມາດໄດ້ເໜືອກວ່າ ສາມາດຍິງປະຕູຂຶ້ນນໍາຕັ້ງແຕ່ 10 ນາທີທໍາອິດ ກ່ອນປິດທ້າຍດ້ວຍ 5-1 ປະຕູ.
ສ່ວນທີມຊາຍ ເປັນການພົບກັນ ລະຫວ່າງ ມສ ນາຊາຍທອງ (ຕົວແທນນະຄອນຫລວງວຽງຈັນ) ພົບກັບ ທີມຈາກແດນໃຕ້ອີກເຊັ່ນກັນ ນັ້ນກໍຄື ແຂວງສາລະວັນ ຜົນການແຂ່ງຂັນ 2-1 ປະຕູ.
ສະຫລຸບຜົນຊະນະເລີດທີມ ຍິງ COPA COCA COLA LAOS 2026 ໄດ້ແກ່ທີມຈາກແຂວງຈໍາປາສັກ ແລະ ຊະ ນະເລີດທີມ ຊາຍ COPA COCA COLA LAOS 2026 ໄດ້ແກ່ທີມຈາກແຂວງສາລະວັນ.

