ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນ ລະຫວ່າງວັນທີ 23 ຫາ 27 ມີນາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານ ຮອງປະທານສະພາແຫ່ງຊາດ, ມີບັນດາການນໍາຂັ້ນສູງພັກ-ລັດ, ສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກລັດຖະບານ, ກະຊວງ-ອົງການ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ພາຍຫຼັງສໍາເລັດກອງປະຊຸມໃນວັນທີ 27 ມີນາ 2026 ວ່າ: ກອງປະຊຸມ ໄດ້ຮັບຟັງລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ໂດຍມີຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນທັງໝົດ 175 ທ່ານ, ຍິງ 52 ທ່ານ ແລະ ມີຜູ້ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈໍານວນທັງໝົດ 745 ທ່ານ, ຍິງ 211 ທ່ານ. ກອງປະຊຸມໄດ້ຮັບຮອງເອົາຜົນການເລືອກຕັ້ງຢ່າງເປັນເອກະສັນ.
ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ, ການເລືອກຕັ້ງ ແລະ ຮັບຮອງເອົາບຸກຄະລາກອນສໍາຄັນຂັ້ນຍຸດທະສາດ ໂດຍເລືອກເອົາ ທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ ຊຸດທີ X, ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງປະທານສະພາແຫ່ງຊາດ ແລະ ເລືອກເອົາກຳມະການຄະນະປະຈຳສະພາແຫ່ງຊາດ ຈໍານວນ 6 ທ່ານ ຍິງ 02 ທ່ານ; ຮັບຮອງເອົາກົງຈັກຂອງສະພາແຫ່ງຊາດ ປະກອບມີ 5 ກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ; ເລືອກເອົາທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງປະທານປະເທດ; ເລືອກເອົາທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ, ຮັບຮອງເອົາການສະເໜີແຕ່ງຕັ້ງທ່ານ ສະເຫຼີມໄຊ ກົມມະສິດ, ທ່ານ ຄໍາພັນ ພົມມະທັດ, ທ່ານ ທອງສະລິດ ມັງໜໍ່ເມກ, ພົນເອກ ຄໍາລຽງ ອຸທະໄກສອນ, ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ປະກອບມີ 13 ກະຊວງ, 2 ອົງການທຽບເທົ່າ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານ ຈໍານວນ 17 ທ່ານ ຍິງ 03 ທ່ານ; ຮັບຮອງເອົາການເລືອກຕັ້ງທ່ານ ໄພວີ ສີບົວລິພາ ເປັນປະທານສານປະຊາຊົນສູງສຸດ, ພົນຈັດຕະວາ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ;
ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະບານ; ຮັບຮອງເອົາໂຄງການລົງທຶນກໍ່ເສັ້ນທາງລົດໄຟຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ດ້ວຍຮູບແບບ BOT; ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ຮັບຮອງເອົາແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ, ແຜນການສ້າງ ແລະ ປັບປຸງກົດໝາຍ ໃນ 5 ປີຕໍ່ໜ້າ(2026-2030) ຂອງສະພາແຫ່ງຊາດ ຊຸດທີ X. ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເອົາແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຊຶ່ງປະກອບມີຈໍານວນ 15 ທ່ານ; ຍິງ 03 ທ່ານ.
ກອງປະຊຸມ ຍັງໄດ້ພິຈາລະນາຮັບຮອງ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນທັງໝົດ 20 ສະບັບ, ກອງປະຊຸມຄັ້ງນີ້ ເປັນກອງປະຊຸມເທື່ອທໍາອິດ ຂອງສະພາແຫ່ງຊາດຊຸດທີ X ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ແລະ ໂຄງການ-ການເມືອງ ສະບັບທີ 3 ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ເຂົ້າສູ່ລ່ວງເລິກ, ຮັບປະກັນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ນັບມື້ມີຄວາມສັກສິດ; ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ຍົກສູງຄຸນນະພາບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ.
ຜົນສໍາເລັດກອງປະຊຸມຄັ້ງນີ້ ໄດ້ສະແດງເຖິງຄວາມຮັບຜິດຊອບອັນສູງ ແລະ ຄວາມເປັນເອກະພາບ ຕໍ່ການປະຕິບັດໜ້າທີ່ການເມືອງຂອງທຸກອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກຂັ້ນ ທັງແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາໃນການປະຕິບັດສິດປະຊາທິປະໄຕ ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການປັບປຸງບູລະນະລັດ ປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງເທື່ອລະກ້າວ.

