Homeຂ່າວດ່ວນຫົວໜ້າກົມພະນັກງານ ເຄື່ອນໄຫວຊຸກຍູ້ ຄອບຄົວພະນັກງານ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ ໝາກເຫັບຖະຫຼົ່ມ

ຫົວໜ້າກົມພະນັກງານ ເຄື່ອນໄຫວຊຸກຍູ້ ຄອບຄົວພະນັກງານ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ ໝາກເຫັບຖະຫຼົ່ມ

ໃນວັນທີ 27 ມີນາ 2026 ນີ້, ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ໃຫ້ກໍາລັງໃຈ ແລະ ມອບວັດຖຸປັດໃຈຈໍານວນໜຶ່ງ ໃຫ້ແກ່ບັນດາຄອບຄົວພະນັກງານ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ ໝາກເຫັບຖະຫຼົ່ມ ໃນວັນທີ 22 ມີນາ ໄດ້ເຮັດໃຫ້ຫຼາຍຄອບຄົວທີ່ຂຶ້ນກັບເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະແມ່ນທີ່ຢູ່ອາໃສ, ຊັບສິນ ຂອງພໍ່ແມ່ປະຊາຊົນ ແລະ ພະນັກງານ-ນັກຮົບ ເຮັດໃຫ້ຫຼັງຄາເຮືອນເສຍຫາຍເປັນຈໍານວນຫຼາຍຫຼັງ, ເຊິ່ງໃນນັ້ນມີຄອບຄົວພະນັກງານທີ່ສັງກັດຢູ່ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ (ໝາກເຫັບຖະຫຼົ່ມ) ມີ 2 ຄອບຄົວ, ການນໍາເອົາວັດຖຸປັດໃຈມາມອບໃນຄັ້ງນີ້ເພື່ອເປັນການໃຫ້ກໍາລັງໃຈໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວກັບຄືນສູ່ສະພາບປົກກະຕິ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments