ສະພາແຫ່ງຊາດ (ສພຊ) ສະເໜີໃຫ້ອົງການກວດກາແຫ່ງລັດ ສືບຕໍ່ຊຸກຍູ້ແກ້ໄຂຜົນກວດກາຢ່າງຈິງຈັງ ການເປັນເຈົ້າການໃນການເຂົ້າຮ່ວມແກ້ໄຂຜົນການກວດກາ ຢ່າງແຂງແຮງ ແລະ ການເກັບກູ້ຄືນລາຍຮັບກວດກາເຫັນທີ່ຍັງຄ້າງໃນໄລຍະຜ່ານມາໃຫ້ສໍາເລັດຕາມແຜນ.
ພາຍຫລັງ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນາ 2026, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະ ກິດ ແລະ ການເງິນ ຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍເຫັນດີເປັນພື້ນຖານຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ, ຄະນະປະຈຳສະ ພາແຫ່ງຊາດສະເໜີໃຫ້ອົງການກວດກາແຫ່ງລັດສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຜັນຂະຫຍາຍບາງມາດຕາຂອງກົດໝາຍທີ່ຕົນຮັບຜິດຊອບໃຫ້ມີຄວາມຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດ, ພ້ອມທັງເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດໃຫ້ແກ່ເປົ້າໝາຍທີ່ຖືກກວດກາ, ພາກສ່ວນກ່ຽວຂ້ອງຮັບຮູ້ເພື່ອ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດກາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ປະສານສົມທົບກັບເປົ້າໝາຍຖືກກວດກາ, ໄຈ້ແຍກລາຍຮັບ, ໜີ້ຕ້ອງຮັບທີ່ກວດກາເຫັນ ໄລຍະຜ່ານມາ ອັນໃດສາມາດເກັບກູ້ໄດ້ ແລະ ອັນໃດບໍ່ສາມາດເກັບກູ້ຄືນໄດ້, ມີຕົວຕົນ ຫລື ບໍ່ມີຕົວຕົນ ແລ້ວສະເໜີສະພາແຫ່ງຊາດຊຸດທີ X ພິຈາລະນາ; ສືບຕໍ່ກໍ່ສ້າງພະນັກງານ-ນັກກວດກາໃຫ້ຍົກສູງຄຸນທາດການ ເມືອງ, ຈັນຍາບັນ-ຈັນຍາທຳ, ເປັນມືອາຊີບ ນໍາໃຊ້ອຸປະກອນ, ເຄື່ອງມື ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຮັບປະກັນຄຸນນະພາບວຽກງານກວດກາ; ສືບຕໍ່ຫັນວຽກງານກວດກາເປັນທັນສະໄໝ ເພື່ອໃຫ້ການກວດກາມີຄວາມວ່ອງໄວ, ໂປ່ງໃສ, ສາມາດກວດກາໄດ້ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ.
ສຳລັບ ອົງການກວດສອບແຫ່ງລັດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນການດັ່ງກ່າວ, ຄະນະປະ ຈຳສະພາແຫ່ງຊາດ ສະເໜີບາງທັດສະນະດັ່ງນີ້: ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍທີ່ຕົນຮັບ ຜິດຊອບໃຫ້ມີຄວາມຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດ, ພ້ອມທັງເຜີຍແຜ່ໃຫ້ອົງການຄຸ້ມຄອງ ແລະ ເປົ້າໝາຍຖືກກວດສອບ ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື, ເຂົ້າຮ່ວມໃນການຈັດຕັ້ງປະຕິບັດວຽກງານກວດສອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ປະສານສົມທົບກັບເປົ້າໝາຍຖືກກວດສອບ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບ, ຈ່າຍລວງໜ້າໃນລະບົບຄັງເງິນແຫ່ງຊາດທີ່ກວດສອບເຫັນ ໄລຍະຜ່ານມາ ອັນໃດສາມາດເກັບກູ້ໄດ້ ແລະ ອັນໃດບໍ່ສາມາດເກັບກູ້ຄືນໄດ້, ມີຕົວຕົນ ຫລື ບໍ່ມີຕົວຕົນແລ້ວ ເພື່ອສະເໜີສະພາແຫ່ງຊາດ ຊຸດທີ X ພິຈາລະນາ; ເພີ່ມທະວີການກວດສອບແຕ່ຫົວທີ ບັນດາໂຄງການລົງທຶນຂອງລັດຂະໜາດໃຫຍ່, ລັດຮ່ວມທຶນ ຫລື ລັດ ຄໍ້າປະກັນໂຄງການ ເພື່ອບໍ່ໃຫ້ເກີດຄວາມສ່ຽງຈະສ້າງໜີ້ສິນ ຫລື ບໍ່ມີປະສິດທິຜົນ; ເອົາໃຈໃສ່ກໍ່ສ້າງພະນັກງານ, ນັກກວດສອບໃຫ້ມີຈັນຍາບັນ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມຊຳນານທາງດ້ານວິຊາສະເພາະ. ພ້ອມນີ້, ໃຫ້ສືບຕໍ່ຫັນວຽກງານກວດສອບເປັນທັນສະໄໝ ໂດຍການສ້າງຖານຂໍ້ມູນກວດສອບທີ່ເຊື່ອມໂຍງຂໍ້ມູນການເງິນກັບເປົ້າໝາຍຖືກກວດສອບ ເພື່ອໃຫ້ການກວດສອບມີຄວາມວ່ອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມ ຖືກຕ້ອງຕາມກົດໝາຍ; ເພີ່ມທະວີການປະສານງານ, ສະໜອງຂໍ້ມູນໃຫ້ອົງການກວດກາແຫ່ງລັດ, ກຳມາທິການຂອງສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມວ່ອງໄວ, ຄົບຖ້ວນ ແລະ ທັນເວລາ.

