Homeຂ່າວຕ່າງປະເທດຟີລິບປິນ ຮັບນ້ຳມັນດິບຈາກຣັດເຊຍ ຄັ້ງທຳອິດ

ຟີລິບປິນ ຮັບນ້ຳມັນດິບຈາກຣັດເຊຍ ຄັ້ງທຳອິດ

ວິທະຍຸ ກະຈາຍສຽງ ຫວຽດນາມ: ຕາມຫລາຍແຫລ່ງຂ່າວ ທີ່ ຄັດຈາກ ບັນດາ ບໍລິສັດວິເຄາະ ຄື: LSEG, Kpler ແລະ OilX, ມີກຳປັ່ນ ຂົນສົ່ງລຳໜຶ່ງ ທີ່ ບັນທຸກນ້ຳມັນດິບ ESPO Blend ປະມານ 100.000 ໂຕນ ເລີ່ມເດີນທາງ ຈາກທ່າກຳປັ່ນ Kozmino, ປະເທດ ຣັດເຊຍ ເພື່ອໄປຍັງ ໂຮງງານ ກັ່ນຕອງ ນ້ຳມັນ ຂອງບໍລິສັດໃຫຍ່ ນ້ຳມັນ ອາຍແກັສ Philippines Petron ຢູ່ແຂວງ Bataan. ໂດຍຂໍ້ມູນ ຈາກລະບົບ ຕິດຕາມ ການແລ່ນກຳປັ່ນ ຢູ່ທະເລ MarineTraffic ເຊິ່ງສະແດງໃຫ້ເຫັນວ່າ: ກຳປັ່ນ ສະຣາ ສະກີ ປັກທຸງ ເຊຍຣາເລອອນ ໄດ້ເຂົ້າທຽບທ່າ Limay (Bataan) ໃນ ວັນທີ 24 ມີນາ.

ກ່ອນໜ້ານັ້ນ, ທ່ານນາງ Sharon Garin, ລັດຖະມົນຕີ ກະຊວງ ພະລັງງານ ຟີລິບປິນ ໃຫ້ຮູ້ວ່າ ມານີລາ ພວມພິຈາລະນາ ທຸກແຜນການ, ລວມມີ ທັງແຫລ່ງສະໜອງ ຈາກ ຣັດເຊຍ. ນອກຈາກນັ້ນ, ປະເທດນີ້ ກໍພວມເຈລະຈາ ກັບ ບັນດາ ຜູ້ສະໜອງ ຢູ່ ໄທ, ຍີ່ປຸ່ນ ແລະ ສິງກະໂປ ເພື່ອຮັບປະກັນ ແຫລ່ງສະໜອງ ພະລັງງານ ໃຫ້ເປັນປົກກະຕິ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments