Homeຂ່າວພາຍໃນກອງພັນໃຫຍ່ 643 ຫັດແອບຍິງລູກປືນແທ້

ກອງພັນໃຫຍ່ 643 ຫັດແອບຍິງລູກປືນແທ້

ໃນວັນທີ 27 ມີນາ 2026 ນີ້, ກອງພັນໃຫຍ່ປ້ອງກັນອາກາດ 643 ໄດ້ຝຶກແອບຍິງລູກປືນແທ້ ເປົ້າໝາຍໜ້າດິນທີ່ສະໜາມຍິງປືນຂອງກົມກອງ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ສອນທະວີ ດາວົງສອນ ຫົວໜ້າຂະແໜງອົບຮົມກອງພັນໃຫຍ່ 643 ມີບັນດາພະແນກການ, ກົມກອງ ຕະຫລອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

‎ ໃນການຝຶກແອບຍິງລູກປືນແທ້ ໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມ ແລະ ກຳໄດ້ບົດຮຽນດ້ານວິຊາສະເພາະປືນ AK, ຈັບ ແລະ ທຳລາຍເປົ້າໝາຍໜ້າດິນ ພ້ອມທັງແນໃສ່ປັບປຸງທາງດ້ານຄວາມຮູ້ ຄວາມສາມາດຮັບປະກັນໃຫ້ແກ່ວຽກງານການກຽມພ້ອມສູ້ຮົບ ແລະ ຕອບຕ້ານຝ່າຍກົງກັນຂ້າມ ໃນເມື່ອຖືກການຮຸກຮານຈາກພາຍນອກ ແລະ ຍັງເປັນການຝຶກແອບໃຫ້ນາຍ ແລະ ພົນທະຫານ ເວລາສູ້ຮົບໃຫ້ມີຄວາມຊຳນິຊຳນານ ໃນການນຳໃຊ້ພາຫະນະອາວຸດ-ຍຸດໂທປະກອນ ໃນການເຄື່ອນທັບສູ້ຮົບຈັ້ງທ່າ ປະສານສຽງແຕກໜ້າດິນ ໃນພູມີປະເທດຕົວຈິງດ້ວຍລູກປືນແທ້. ເຊິ່ງການເຝິກແອບໃນຄັ້ງນີ້ ສຳເລັດຕາມແຜນການ ແລະ ຮັບປະກັນໄດ້ຄວາມປອດໄພ 100%.

ໂອກາດນີ້, ສະຫາຍ ພັນໂທ ສອນທະວີ ດາວົງສອນ ຫົວໜ້າຂະແໜງອົບຮົມກອງພັນໃຫຍ່ 643 ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນການຝຶກຊ້ອມຫັດແອບຍິງລູກປືນແທ້ ໃນຄັ້ງນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ ຈົ່ງເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບ ບໍ່ວ່າຢູ່ພາກສະໝາມ ກໍຄືກົມກອງໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສືບຕໍ່ຝຶກຝົນກຳລັງແຮງກາຍ, ຝຶກແອບຮໍ່າຮຽນສີລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊຳນີຊຳນານ ເພື່ອໃຫ້ກາຍເປັນພະນັກງານ-ນັກຮົບ ທີ່ມີຄວາມຮູ້ ຄວາມສາມາດ, ປະກອບສ່ວນໜ້າທີ່ວຽກງານໃນກົມກອງມີຄວາມເຂັ້ມແຂງຮອບດ້ານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments