Homeຂ່າວໜ້າໜຶ່ງຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ທ່ານ ນາງ ທຸມ​ມາ​ລີ ວົງ​ພະ​ຈັນ ປະ​ທານ​ກຳ​ມາ​ທິ​ການກົດ​ໝາຍ ແລະ ຍຸ​ຕິ​ທຳ ໄດ້ຊີ້ແ​ຈງ​ຕໍ່​ຄຳ​ຊັກ​ຖາມ ຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສພຊ) ກ່ຽວ​ກັບແຜນ​ການ​ສ້າງ ແລະ ປັບ​ປຸງ​ກົດ​ໝາຍ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ.

ທ່ານ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ຊີ້ແຈງວ່າ: ການກຳນົດກົດໝາຍເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍຂອງອົງການທີ່ມີສິດເພື່ອສະເໜີສ້າງກົດໝາຍຍັງບໍ່ທັນໄດ້ເອົາໃຈໃສ່ເທົ່າທີ່ຄວນ ຈຶ່ງເຮັດໃຫ້ການກຳນົດແຜນໃສ່ແລ້ວ ບໍ່ສາມາດບັນລຸໄດ້ຕໍ່ບັນຫາດັ່ງກ່າວ ຄວນມີການປັບປຸງໃນການສ້າງແຜນ, ປັບປຸງກົດໝາຍໃຫ້ລະອຽດ, ຈະແຈ້ງແຕ່ເລີ່ມຕົ້ນ, ສະພາແຫ່ງຊາດ ໂດຍສະເພາະກຳມາທິການກົດໝາຍ ແລະ ຍຸຕິທຳ ແລະ ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດຈະໄດ້ສືບຕໍ່ ປະສານສົມທົບກັບລັດຖະບານ ກັບກະຊວງ, ອົງການທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດມາດຕາ 22 ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ເປັນຕົ້ນແມ່ນການກຳນົດນະໂຍບາຍ ແລະ ການປະເມີນຜົນກະທົບ ຂອງນະໂຍບາຍໃນການສ້າງກົດໝາຍໃຫ້ເຂັ້ມງວດກວ່າເກົ່າ ລວມທັງການຫັນເອົາແນວທາງນະໂຍບາຍຂອງພັກ ມາເປັນກົດໝາຍຕໍ່ໜ້າ ຈຶ່ງຈະເຮັດໃຫ້ກົດໝາຍມີເນື້ອໃນຄົບຖ້ວນ. ໃນນັ້ນ, ການທາບທາມຮ່າງກົດໝາຍໃນໄລຍະຜ່ານມາ ເຫັນວ່າຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ເນື່ອງຈາກງົບປະມານ ແລະ ເວລາຈຳກັດ. ຕໍ່ບັນຫານີ້, ກຳມາທິການກົດໝາຍຈະສົມທົບກັບກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອຕິດຕາມຊຸກຍູ້ບັນດາກະຊວງ, ອົງການທີ່ຮັບຜິດຊອບແຕ່ລະຮ່າງກົດໝາຍໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍການສ້າງນິຕິກຳມາດຕາ 39.
ທ່ານກ່າວຕື່ມວ່າ: ກ່ຽວກັບການໂຄສະນາເຜີຍແຜ່ກົດໝາຍ ຕໍ່ບັນຫານີ້ ພວກເຮົາຄວນມີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ, ເລິກເຊິ່ງໃຫ້ທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ເຂັ້ມງວດ ໂດຍສະເພາະພວກເຮົາຈະເຮັດການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ໂດຍການໂຄສະນາຍິ່ງມີຄວາມຈຳເປັນທີ່ສຸດ. ຕໍ່ບັນຫານີ້ ຈະໄດ້ສະເໜີຫາລັດຖະບານເພື່ອຈັດສັນງົບປະມານໃຫ້ ການສ້າງ, ການປັບປຸງ ແລະ ການໂຄສະນາເຜີຍແຜ່ກົດໝາຍ ຈຶ່ງຈະເຮັດໃຫ້ຈຳນວນກົດໝາຍ 100 ກວ່າສະບັບ ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments