Homeຂ່າວໜ້າໜຶ່ງສະຫາຍ ຫົວໜ້າ ຄຕພ ຕ້ອນຮັບ ທູດ ສ ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71...

ສະຫາຍ ຫົວໜ້າ ຄຕພ ຕ້ອນຮັບ ທູດ ສ ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 26​ມີນາ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ນາງ ​ເອັກ​ນາ ​​ເວ​ຍ ວາລ​ເດດ​ສ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ ກູ​ບາ ປະ​ຈຳ​ ສ​ປ​ປ ລາວພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2026).

ໃນໂອກາດດັ່ງກ່າວ ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ນາງ ​ເອັກ​ນາ ​​ເວ​ຍ ວາລ​ເດດ​ສ ທີ່ໄດ້ນໍາເອົາຄໍາຊົມເຊີຍອັນຈົບງາມ ແລະ ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຮ່ວມອຸດົມການສັງຄົມນິຍົມ ມາສູ່ ຄະນະພັກ-ຄະນະນໍາ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກທີ່ມີມາແຕ່ດົນນານ, ໄດ້ຕີລາຄາສູງ ຕໍ່ການຮ່ວມມືປະສານສົມທົບ ແລະ ຮ່ວມມືກັນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ກໍຄື ສະຖານເອກອັກຄະລັດຖະທູດກູບາ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ; ໄດ້ແລກປ່ຽນຄໍາຄິດເຫັນກັບ ສະຫາຍທູດກູບາ ກ່ຽວກັບ ທິດທາງການຮ່ວມມື ລະຫວ່າງ ສອງພັກ ແລະ ສອງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ກູບາ ໃນຕໍ່ໜ້າ, ພ້ອມທັງຢືນຢັນຈະ​ສືບ​​ຕໍ່ໃຫ້​ການ​ຮ່ວມ​ມື​ ແລະ​ ປະ​ສານ​ສົມ​ທົບຢ່າງ​ແໜ້ນ​ແຟ້ນກັບ ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກກອມມູນິດກູບາ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​​ເປັນ​ຂົວ​ຕໍ່​ປະ​ສານ​ງານລະ​ຫວ່າງພັກ, ລັດຂອງ​ສອງ​ປະ​ເທດລາວ-ກູ​ບາ ເວົ້າ​ລວມ, ເວົ້າ​ສະ​ເພາະ ​ລະ​ຫວ່າງ ​ບັນ​ດາອົງ​ການ​ຈັດ​ຕັ້ງ​ຂອງ​ພັກ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນຂອງ​ລາວ ແລະ ກູ​ບາ​ ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອລະ​ຫວ່າງສອງ​ປະ​ເທດ​ ກໍຄື ລະຫວ່າງ ປະ​ຊາ​ຊົນ​ສອງ​ຊາດລາວ-ກູ​ບາອ້າຍນ້ອງ ​ໃຫ້​ນັບ​ມື້​ນັບເລິກ​ເຊິ່ງ ​ ​ແລະ ​​ມີ​ປະ​ສິດ​ທິ​ຜົນຍິ່ງໆ​ຂຶ້ນ.

ສະຫາຍ ນາງ ​ເອັກ​ນາ​​ ເວ​ຍ ວາລ​ເດດ​ສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຊົມເຊີຍ ແລະ ອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 71 ປີ; ພ້ອມທັງໄດ້ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມືທີ່ເປັນມູນເຊຶ້ນອັນ​ດີງາມ ລະຫວ່າງ ສປປ ລາວ ​ແລະ ສ ກູ​ບາ ກໍຄື ລະຫວ່າງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ ​ແລະ ພັກ​ກອມ​ມູນິດ​ກູ​ບາ ທີ່​ນັບ​ມື້ນັບ​ໄດ້​ຮັບ​ການ​​ເສີມ​ຂະຫຍາຍ ​ແລະ ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ​; ພ້ອມດຽວກັນກໍໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າສອງຝ່າຍຈະສືບ​​ຕໍ່ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ໂດຍສະເພາະໃນການເປັນ​ຂົວ​ຕໍ່​ປະ​ສານ​ສົມ​ທົບກັບບັນ​ດາ​ກະ​ຊວງ, ອົງ​ການຈັດຕັ້ງຂັ້ນສູນ​ກາງ ແລະ ທ້ອງ​ຖິ່ນ​ຂອງ​ລາວເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອລະ​ຫວ່າງສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດກູ​ບາ-ລາວ ໃຫ້​​ນັບ​ມື້ແຕກດອກອອກ​ຜົນຍີ່​ງໆ​ຂື້ນ. ຂ່າວ-ພາບ: ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments