Homeຂ່າວຕ່າງປະເທດກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກ່ວນຊຸ່ນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 25 ມີນາ ຜ່ານມາ, ກອງປະຊຸມປະຈຳປີ 2026 ຂອງເວທີປຶກສາຫາລືຈົ່ງກວ່ນຊຸ່ນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ໂດຍມີບຸກຄົນໃນຂົງເຂດວິທະຍາສາດເຕັກໂນໂລຊີ, ຜູ້ຮັບຜິດຊອບຂອງວິສາຫະກິດ ແລະ ເຈົ້າໜ້າທີ່ລັດຖະບານ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ ແລະ ອື່ນໆ ປະມານ 1,000 ທ່ານເຂົ້າຮ່ວມ. ທ່ານ ຕິ່ງເຊ່ວຂຽງ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີເປີດກອງປະຊຸມດັ່ງກ່າວ.

ທ່ານ ຕິ່ງເຊ່ວຂຽງ ກ່າວວ່າ: ໃນໄລຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”, ຈີນຈະເລັ່ງລັດຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ, ສຸມກຳລັງເຂົ້າໃນການສ້າງສູນປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີສາກົນ. ຈີນຍິນດີຮ່ວມກັບບັນດາຝ່າຍ ເພື່ອຮ່ວມກັນສ້າງປະຊາຄົມຮ່ວມວິທະຍາສາດເຕັກໂນໂລຊີທົ່ວໂລກ. ທ່ານ ຕິ່ງເຊ່ວຂຽງ ໄດ້ສະເໜີ 3 ຂໍ້ ຄື: ໜຶ່ງ ສ້າງເຄືອຂ່າຍການປະດິດສ້າງໃໝ່ທີ່ເປີດກວ້າງ ແລະ ກວມລວມກວ່າເກົ່າ. ສອງ, ດໍາເນີນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີທີ່ກວ້າງຂວາງ ແລະ ມີຫຼາຍເຄົ້າກວ່າເກົ່າ ເພື່ອສ້າງພະລັງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດ. ສາມ, ຊຸກຍູ້ການຄຸ້ມຄອງວິທະຍາສາດເຕັກໂນໂລຊີທີ່ສະເໝີພາບ ແລະ ໄປຕາມທິດທາງທີ່ດີຫຼາຍກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments