ເພື່ອເປັນການສົ່ງເສີມໃຫ້ມວນຊົນ, ທຸກເພດທຸກໄວໄດ້ອອກກໍາລັງກາຍ ແລະ ຫັນມາຫຼີ້ນກິລາ ຫຼາຍຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີພາຍໃນ ລະຫວ່າງຫ້ອງການອ້ອມຂ້າງເມືອງ ກັບໂຮງຮຽນ, ທັງເປັນການສົ່ງເສີມສຸຂະພາບພະລະນາໄມຂອງພະນັກງານ, ມວນຊົນ ແລະ ມະຫາຊົນ ໃຫ້ແຂງແຮງ ແລະ ຫ່າງໄກຢາເສບຕິດ. ໃນວັນທີ 26 ມີນາຜ່ານມາ, ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈຳປີ 2026 ຂຶ້ນ ທີເດີ່ນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາ ທິການ ແລະກິລາ ແຂວງ,ມີ ທ່ານແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.

ທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ ປະທານຈັັັັັດງານແຂ່ງຂັນ ໄດ້ຍົກໃຫ້ເຫັນການຈັດງານແຂ່ງຂັນກິລາເຍົາວະຊົນ ປະຈໍາປີ 2026 ໃນຄັ້ງນີ້, ແມ່ນມີຄວາມໝາຍ- ຄວາມສໍາຄັນເພາະວ່າໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວກໍາລັງ ປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ ເວົ້າສະເພາະຊາວເມືອງພຽງ ພວມສຸມໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງສະພາແຫ່ງຊາດ, ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງສະພາປະຊາຊົນແຂວງ, ກໍຄືຂອງເມືອງໃຫ້ປະກົດຜົນເປັນຈິງ ແລະ ພວມອອກແຮງແຂ່ງຂັນສ້າງຂະບວນການຢ່າງຮອບດ້ານ ເພື່ອຂໍານັບຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ ພ້ອມທັງຍົກໃຫ້ເຫັນການຈັດການແຂ່ງຂັນກິລາ ປະຈໍາປີ 2026 ໃນຄັ້ງນີ້, ເພື່ອເປັນການພັດທະນານັກກິລາໃຫ້ສອດຄອງກັບ 5 ຫຼັກມູນ ຂອງຂະແໜງການສຶກສາ ແລະ ພັດທະນາວຽກງານກິລາ-ກາຍະກໍາໃຫ້ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ສົ່ງເສີມໃຫ້ເຍົາວະຊົນ ແລະ ນັກຮຽນຫັນມາ ຫຼີ້ນກິລາ ເພື່ອຫ່າງໄກຈາກຢາເສບຕິດ-ຫຼີ້ນກິລາເພື່ອສຸຂະພາບ ໂດຍຕິດພັນກັບການພັດທະນາ ຊັບພະຍາກອນມະນຸດທາງດ້ານການກິລາ ເພື່ອເຊື່ອມໂຍງກັບອານຸພາກພື້ນ ແລະ ສາກົນ, ຊອກໄດ້ ນັກກິລາທີ່ມີພອນສະຫວັນດີເດັ່ນ ເພື່ອເຂົ້າຮ່ວມແຂ່ງຂັນໃນລະດັບຕ່າງໆແລະ ໃນຕອນທ້າຍຍັງໄດ້ຮັບຊົມການແຂງຂັນກິລາບານເຕະຊາຍຮຸ້ນເຍົາວະຊົນເປັນນັດເປີດສະໜາມລະຫວ່າງກຸ່ມໂຮງຮຽນປະຖົມເທດສະບານ ແລະ ກຸ່ມໂຮງຮຽນປະຖົມໂພນສະອາດ ຢາງມີບັນຍາກາດເບີກບານມ່ວນຊື່ນ.

