Homeຂ່າວໜ້າໜຶ່ງສະຫຼອງວັນຝຣັ່ງໂກໂຟນີສາກົນ ປະຈຳປີ 2026

ສະຫຼອງວັນຝຣັ່ງໂກໂຟນີສາກົນ ປະຈຳປີ 2026

ໃນຕອນເຊົ້າຂອງວັນທີ 27 ມີນາ ນີ້ ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໂດຍຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ​ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ 20 ມີນາປະຈຳປີ 2026 ພາຍໃຕ້ຫົວຂໍ້: “ການປະກອບສ່ວນຂອງຄົນຮຸ່ນໃໝ່ ເພື່ອສົ່ງເສີມສັນຕິພາບ” ຕາມທີ່ທາງອົງການຝຣັງໂກໂຟນີສາກົນ ຫຼຶ ອົງການ OIF ໄດ້ວາງອອກ. ເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີການເຂົ້າຮ່ວມຂອງທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ທ່ານ ນາງ Bénédicte DESCHAMPS ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ບັນດາທູຕານຸທູດທີ່ໃຊ້ພາສາຝຣັ່ງ, ທ່ານ ຜູ້ຕາງໜ້າຈາກຫ້ອງການພາກພື້ນອາຊີ-ປາຊີຟິກຂອງອົງການຝຣັງໂກໂຟນີສາກົນ, ທ່ານຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ (AUF), ບັນດາທ່ານ ຜູ້ຕາງໜ້າຈາກກະຊວງຂະແໜງການ ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງ, ຕະຫຼອດເຖິງບັນດາຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ພາຍໃນແຂວງຫຼວງພະບາງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານຮອງປະທານຄະນະປົກຄອງແຂວງຫຼວງພະບາງ ໄດ້ມີຄໍາເຫັນຕ້ອນຮັບບັນດາແຂກທີ່ມາເຂົ້້າຮ່ວມໃນງານດັ່ງກ່າວ, ພ້ອມທັງໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການຮຽນ-ການສອນພາສາຝຣັງໃນແຂວງຫຼວງພະບາງ. ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມຫມາຍ ແລະ ຄວາມສຳຄັນຂອງວັນຝຣັງໂກໂຟນີສາກົນ ກໍຄືເນື້ອໃນຫົວຂໍ້ທີ່ສຳຄັນ ສຳລັບການສະເຫຼີມສະຫຼອງວັນດັ່ງກ່າວ ປະຈໍາປີ 2026. ພ້ອມດຽວກັນນັ້ນ, ກໍໄດ້ສະເໜີໃຫ້ຊາບກ່ຽວກັບການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນ, ໂດຍສະເພາະການເຄື່ອນໄຫວວຽກງານໂດຍສັງເຂບ ຂອງ ສປປ ລາວ ໃນຂອບວຽກຝຣັງໂກໂຟນີ, ການສົ່ງເສີມພາສາຝຣັ່ງ ແລະ ຄຸນຄ່າຂອງຝຣັງໂກໂຟນີ, ພ້ອມທັງ ໄດ້ຕີລາຄາກ່ຽວກັບສະພາບການນໍາໃຊ້ພາສາຝຣັ່ງ ໃນພາກພື້ນ ແລະ ສາກົນ, ຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມື ໃນຂອບການຮຽນ-ການສອນພາສາຝຣັ່ງ ຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍຄືຢູ່ ສປປ ລາວ, ລວມທັງຄວາມສຳຄັນໃນການສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ຊາວໝຸ່ມຍິງ-ຊາຍ ທີ່ເວົ້າພາສາຝຣັ່ງ.

ນອກຈາກນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຍົກໃຫ້ເຫັນວ່າປີ 2026 ແມ່ນມີຄວາມໝາຍສໍາຄັນຫຼາຍສໍາລັບ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ເປັນປີແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 10, ພ້ອມທັງແມ່ນການຄົບຮອບ 35 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການຝຣັງໂກໂຟນີສາກົນ ແລະ ໃນມໍ່ໆມານີ້ ສປປ ລາວ ກໍໄດ້ຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງທ່ານ ນາງ ລຸ່ຍ ມູຊີກິວາໂລ (Louise Mushikiwabo) ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ ໃນລະຫວ່າງວັນທີ 4-5 ມີນາ 2026 ທີ່ຜ່ານມາ, ການຢ້ຽມຢາມດັ່ງກ່າວ ຖືເປັນໂອກາດດີໃນການຊຸກຍູ້ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ອົງການ OIF ແລະ ສປປ ລາວ ພ້ອມທັງເປັນການຊຸກຍູ້ ແລະ ສົ່ງເສີມການຮຽນ-ການສອນພາສາຝຣັ່ງ.

ໃນໂອກາດດຽວກັນນີີ້, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກໍໄດ້ກ່າວຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ, ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃນການສົ່ງເສີມການຮຽນການ-ການສອນພາສາຝຣັ່ງ ແລະ ການເຄື່ອນໄຫວວຽກງານຝຣັງໂກໂຟນີ. ນອກຈາກນັ້ນ, ທ່ານຜູ້ຕາງໜ້າຈາກຫ້ອງການພາກພື້ນອາຊີ – ປາຊີຟິກ ຂອງອົງການ OIFກໍໄດ້ປະກອບຄໍາເຫັນ ໃນໂອກາດສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ແລະ ໄດ້ອ່ານບົດຄໍາເຫັນຂອງເລຂາທິການໃຫຍ່ ອົງການ OIF ຊຶ່ງໄດ້ຍົກໃຫ້ເຫັນຄວາມສໍາຄັນໃນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ແລະ ການເຄື່ອນໄຫວວຽກງານຂອງອົງການ OIF ໃນລະດັບພາກພື້ນ ແລະ ສາກົນ, ຕະຫຼອດເຖິງການພົວພັນຮ່ວມມືກັບ ສປປ ລາວ ໃນຂອບວຽກງານຝຣັງໂກໂຟນີເວົ້າລວມ ແລະ ເວົ້າສະເພາະການຮ່ວມມືໃນຂອບການສົ່ງເສີມເສີມການຮຽນ-ການສອນພາສາຝຣັ່ງ ແລະ ໃນວຽກງານຕ່າງໆທີ່ກ່ຽວຂ້ອງ.

ອົງການຟຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນ ສຳລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ, ໄດ້ສ້າງຕັ້ງຂຶ້ນໃນວັນທີ 20 ມີນາ 1970 ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ (Agence de Cooperation, Culturelle et Technique ຫຼື ACCT), ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຟຣັງໂກໂຟນີສາກົນ (Organisation Internationale de la Francophonie ຫຼື OIF). ປັດຈຸບັນ,ມີ​ສະມາຊິກ​ທັງໝົດ ຈຳນວນ 90 ປະ​ເທດ ​ທີ່ຢູ່​ໃນ 5 ທະວີບ​ຂອງ​​ໂລ​ກ, ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.

ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ແລະ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານຕ່າງໆຂອງອົງການດັ່ງກ່າວ, ລວມທັງ​ການ​ຮ່ວມ​ມື​ ໃນ​ການສົ່ງ​ເສີມ​ພາ​ສາ​ຝຣັ່ງ, ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ດີຈີຕອນ. ສປປ ລາວ ໄດ້ດຳເນີນການຮຽນ-ການສອນພາສາຝຣັ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ. ພາສາຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະແມ່ນໄດ້ມີການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູ-ອາຈານ ແລະ ການພັດທະນາຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນລະດັບປະຖົມ ແລະມັດທະຍົມ, ລວມທັງໃນສະຖາບັນການສຶກສາລະດັບສູງ. ນອກ​ຈາກນີ້, ຍັງ​ໄດ້ມີການຮ່ວມມືໃນ​ຂົງ​ເຂດ​ອື່ນໆ​ ເຊັ່ນ: ສາທາລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່​ມວນ​ຊົນ, ການ​ພັດທະນາ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານແລະ ອື່ນໆ. ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments