Homeຂ່າວຕ່າງປະເທດຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຣັດເຊຍ ຍິງດາວທຽມ 16 ດວງຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Bureau 1440 ຊຶ່ງເປັນບໍລິສັດດ້ານອະວະກາດຂອງຣັດເຊຍ ໄດ້ປະກາດໃນວັນທີ 24 ມີນາ ຜ່ານມາວ່າ: ຣັດເຊຍປະສົບຄວາມສຳເລັດໃນການຍິງດາວທຽມຈຳນວນ 16 ດວງຂຶ້ນສູ່ວົງໂຄຈອນລະດັບຕ່ຳ (LEO) ເພື່ອຮອງຮັບເຄືອຂ່າຍດາວທຽມສື່ສານຂອງປະເທດ.

ບໍລິສັດລະບຸວ່າ: ດາວທຽມດັ່ງກ່າວໄດ້ຖືກຍິງຂຶ້ນສູ່ວົງໂຄຈອນໃນວັນທີ 23 ມີນາຜ່ານມາ, ໂດຍໃຊ້ຈະຫຼວດ ຂົນສົ່ງ Soyuz-2.1b ແລະ ປັດຈຸບັນ, ຣັດເຊຍສາມາດເຂົ້າຄວບຄຸມການດຳເນີນງານຂອງດຽວທຽມໄດ້ແລ້ວ ຫຼັງຈາກທີ່ແຍກອອກຈາກຈະຫຼວດຂົນສົ່ງຢ່າງປອດໄພ.

ບໍລິສັດກ່າວຕື່ມວ່າ: ການຍິງດາວທຽມຊຸດທໍາອິດນີ້ເປັນການຫັນປ່ຽນທີ່ສໍາຄັນຈາກພາລະກິດທົດລອງໄປສູ່ການຕິດຕັ້ງນຳໃຊ້ລະບົບ ເພື່ອກະກຽມສຳລັບເປີດໃຫ້ບໍລິການດ້ານສື່ສານຢ່າງເປັນທາງການ.

ສື່ມວນຊົນທ້ອງຖິ່ນລາຍງານຕື່ມອີກວ່າ: ບໍລິສັດມີແຜນທີ່ຈະເລີ່ມທົດສອບການໃຫ້ບໍລິການກັບກຸ່ມລູກຄ້າພາຍໃນປີ 2026 ແລະ ມີເປົ້າໝາຍທີ່ຈະເປີດບໍລິການທາງການຄ້າຢ່າງຄົບຖ້ວນໃນປີ 2027. ທັງນີ້, ຄາດຄະເນວ່າຈະມີດາວທຽມຫຼາຍກວ່າ 250 ດວງຖືກຍິງຂຶ້ນສູ່ວົງໂຄຈອນ ເພື່ອໃຫ້ບໍລິການເຄືອຂ່າຍບຣອດແບນກວມເອົາພື້ນທີ່ທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments