ໃນວັນທີ 18 ມີນາ 2026 ທີ່ຜ່ານມາ, ທີ່ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລ ເວນີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານນາງ ນາຕາຊາ ເພຍ ມູຊາ(Nataša Pirc Musar) ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລເວນີ, ໂດຍມີສໍານັກງານ ຕັ້ງຢູ່ນະຄອນຫລວງວຽນນາ, ປະເທດ ໂອຕຣິດ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ນາຕາຊາ ເພຍ ມູຊາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄຳແພງ ດວງທອງລາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສະໂລເວນີ ເເລະ ສະເເດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະປະກອບ ສ່ວນສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ, ພ້ອມທັງອວຍພອນໃຫ້ ທ່ານ ເອກອັກຄະລັດຖະທູດ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນມີກຽດ.

ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ການຕ້ອນຮັບອັນອົບ ອຸ່ນ, ພ້ອມທັງໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ເເລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ເເຫ່ງ ສປປ ລາວ ມາຍັງ ທ່ານ ນາງ ນາຕາຊາ ເພຍ ມູຊາ ແລະ ປະຊາຊົນ ສະໂລເວນີ. ນະໂອກາດນີ້, ທ່ານ ນາງ ນາຕາຊາ ເພຍ ມູຊາ ກໍໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງ ທ່ານ ທອງລຸນ ສິສຸລິດ ແລະ ປະຊາຊົນລາວ ເຊັ່ນດຽວກັນ. ທັງສອງຝ່າຍໄດ້ພ້ອມກັນ ຕີລາຄາການພົວ ພັນຮ່ວມມື ລະຫວ່າງສອງປະເທດ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1996 ຊຶ່ງປີນີ້ ຄົບຮອບ 30 ປີ, ໃນດ້ານການເມືອງສອງປະເທດມີການພົວພັນກັນດີ ໂດຍຮັກສາ ແລະ ເສີມຂະຫຍາຍການພົວພັນຮ່ວມມືຢ່າງຕໍ່ ເນື່ອງ ເປັນຕົ້ນ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີຫລາຍຝ່າຍ ເຊັ່ນ: ຂອບອົງການສະຫະປະຊາຊາດ ແລະ ການພົວພັນ ອາຊຽນ-ອີຢູ ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ໃນເວທີຕ່າງໆ. ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ ແມ່ນຍັງຢູ່ໃນລະດັບທີ່ຈໍາກັດຫລາຍ, ສອງຝ່າຍສະເຫນີໃຫ້ຊອກຫາ ຊ່ອງທາງ ແລະ ໂອກາດຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ແຈ້ງສະພາບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ການກະກຽມອອກຈາກປະເທດດ້ອຍພັດທະນາໃນປີ 2026, ພ້ອມທັງສະແດງຄວາມຂອບໃຈນໍາລັດຖະ ບານ ແລະ ປະຊາຊົນ ສະໂລເວນີ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອການພັດທະນາ ຢູ່ ສປປ ລາວ ໃນໄລຍະ ຜ່ານມາ, ແຈ້ງການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄັ້ງທີີ 3 ຂອງລັດພາຄີ ສົນທິສັນຍາເກືອດ ຫ້າມລະເບີດລູກຫວ່ານ ທີ່ ສປປ ລາວ ໃນລະຫວ່າງວັນທີ 13-18 ກັນຍາ 2026.
ໃນໄລຍະໄປຍື່ນສານຄັ້ງນີ້, ທ່ານ ຄໍາແພງ ດວງທອງລາ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ດຣ ນາງ Melita Gabrič ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ ສະໂລເວນີ ແລະ ໄດ້ແລກ ປ່ຽນສານຊົມເຊີຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ ສະໂລເວນີ ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ສະໂລເວນີ (ວັນທີ 28 ມີນາ 1996-28 ມີນາ 2026) ແລະ ພົບປະກັບກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ສ ສະໂລເວນີ ເພື່ອປຶກສາຫາລື ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ.

