ໃນໄລຍະ 5 ປີຜ່ານມາ (2021-2025) ອົງການກວດກາແຫ່ງລັດ ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ໄດ້ສໍາເລັດການກວດກາໂຄງການລົງທຶນຂອງລັດຕາມຜົນການກວດສອບ ຈໍານວນ 156 ໂຄງການ, ໄດ້ກວດກາໂຄງການລົງທຶນຂອງລັດ (ມູນຄ່າສິບຕື້ກີບຂຶ້ນໄປ ແລະ ຫລຸດສິບຕື້ກີບລົງມາ) ທັງໝົດ 4.172 ໂຄງການ; ໄດ້ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ລວມທັງໝົດ 77 ໂຄງການ. ຜ່ານການກວດກາ ພົບເຫັນຫລາຍໂຄງການດໍາເນີນບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການວາງອອກ.
ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນາ 2026 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານກວດກາລັດ ໃນໄລຍະ 5 ປີຜ່ານມາ (2021-2025) ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງກົມການເມືອງສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ, ອົງການກວດກາແຫ່ງລັດ ສາມາດເຄື່ອນໄຫວວຽກງານຕາມພາລະບົດບາດ, ໜ້າທີ່ ແລະ ໄດ້ເຄື່ອນໄຫວກວດກາປົກກະຕິ ທັງວຽກງານກວດກາພັກ ແລະ ກວດກາລັດ ໄດ້ດໍາເນີນການກວດກາຕາມຄໍາສັ່ງ, ກວດກາຕາມຜົນການກວດສອບ ແລະ ກວດກາຕາມມະຕິກອງປະຊຸມສະພາແຫ່ງຊາດ ຊຶ່ງໄດ້ສໍາເລັດການກວດກາ ໂຄງການລົງທຶນຂອງລັດຕາມຜົນການກວດສອບ, ໄດ້ກວດກາ, ລົງເລິກຄວາມຮັບຜິດຊອບ ການປະຕິບັດໜ້າທີ່ການເມືອງຂອງພະນັກງານທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງ ການຢູ່ບັນດາແຂວງ, ກວດກາການນໍາໃຊ້ງົບປະມານ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ, ໄດ້ດໍາເນີນການສືບສວນ-ສອບສວນຕໍ່ພະນັກງານ ທີ່ມີພຶດຕິກຳສວຍໃຊ້ໜ້າທີ່ຕໍາແໜ່ງ, ການໃຫ້-ຮັບສິນບົນ, ພຶດຕິກຳການສໍ້ລາດບັງຫລວງ. ປັດຈຸບັນ ເປົ້າໝາຍຈໍານວນໜຶ່ງຍັງຢູ່ຂັ້ນຕອນສືບສວນ-ສອບສວນ ເກັບກຳຂໍ້ມູນລະອຽດ ແລະ ເປົ້າໝາຍຈໍານວນໜຶ່ງ ກໍໄດ້ສະຫລຸບສໍານວນຄະດີສົ່ງໃຫ້ໄອຍະການ ເພື່ອພິຈາລະນາຕາມຂັ້ນຕອນຂອງກົດໝາຍ.
ສຳລັບ ທິດທາງວຽກງານ 5 ປີຕໍ່ໜ້າ ອົງການກວດກາແຫ່ງລັດ ຈະສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ເປັນຕົ້ນ ຈະປັບປຸງ ແລະ ພັດທະນາລະບົບກົດໝາຍ, ລະບຽບການ ແລະ ກົນໄກການກວດກາໃຫ້ຄົບຖ້ວນ, ທັນສະໄໝ ເພື່ອໃຫ້ການກວດກາດໍາເນີນໄປຢ່າງໂລ່ງລ່ຽນ, ສ້າງ ແລະ ປັບປຸງນິຕິກຳ ໃຫ້ໄດ້ຢ່າງໜ້ອຍ 10 ສະບັບ, ໃນນັ້ນລວມທັງສ້າງໃໝ່ ແລະ ປັບປຸງນິຕິກຳເກົ່າທີ່ມີແລ້ວ; ເພີ່ມທະວີຄວາມໂປ່ງໃສ ແລະ ຕ້ານການສໍ້ລາດບັງຫລວງທຸກຮູບແບບ ຢູ່ໃນກົງຈັກການຈັດຕັ້ງ ແລະ ພະນັກງານໃນທຸກລະດັບ ຈັດຕັ້ງປະຕິບັດ ແລະ ຕິດຕາມ, ຊຸກຍູ້ ແກ້ໄຂຜົນຂອງການກວດກາໃຫ້ວ່ອງໄວ, ຖືກຕ້ອງຕາມກົດໝາຍ, ປະຕິບັດວິໄນ ຫລື ລົງໂທດ ຕໍ່ຜູ້ລະເມີດກົດໝາຍຢ່າງເຂັ້ມງວດ, ຖືກຕ້ອງ ແລະ ຍຸຕິທໍາ; ຈະສືບຕໍ່ປັບປຸງ ແລະ ພັດທະນາກົນໄກການກວດກາ ໃຫ້ຄົບຖ້ວນ ແລະ ທັນສະໄໝ ໂດຍການປັບປຸງກົດໝາຍ, ລະບຽບ ແລະ ຂໍ້ກໍານົດຕ່າງໆ ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ວຽກງານກວດກາເປັນກົນໄກສໍາຄັນໃນການຄຸ້ມຄອງລັດ ໃຫ້ໂປ່ງໃສມີປະສິດທິພາບ.

