ໂອກາດຄົບຮອບ 10 ປີແຫ່ງການຮ່ວມແຮງຮ່ວມໃຈ ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທ່ານ ຫວາງ ອີ້ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດເພື່ອນມິດທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕະຫລອດໄລຍະຜ່ານມາ.
ທ່ານ ຫວາງ ອີ້ ກ່າວວ່າ: ຫົກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ດື່ມນ້ຳສາຍດຽວກັນ, ຊາຕາກຳມີຄວາມຜູກພັນກັນຢ່າງແໜ້ນແຟ້ນ. ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເລີ່ມຕົ້ນຢ່າງເປັນທາງການ,ງໄດ້ຫວ່ານແກ່ນແຫ່ງຄວາມສາມັກຄີ, ການເພິ່ງຕົນເອງ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ບັນດາປະເທດໃນພາກພື້ນ. ພາຍໃຕ້ການນຳພາຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ແລະ ບັນດາຜູ້ນຳຂອງປະເທດລຸ່ມແມ່ນ້ຳຂອງ, ຫົກປະເທດໄດ້ເຊີດຊູວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ວ່າ “ສະເໝີພາບກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງຈິງໃຈ, ເໝືອນຄອບຄົວດຽວກັນ”, ຍຶດໝັ້ນຈິດໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄື: “ຖືການພັດທະນາເປັນບຸລິມະສິດ, ປຶກສາຫາລືຢ່າງສະເໝີພາບ, ມີປະສິດທິຜົນຢ່າງແທ້ຈິງ, ເປີດກວ້າງ ແລະ ກວມລວມ”, ສ້າງຄວາມໄວແບບ “ມີຄວາມຄືບໜ້າ ແລະ ໝາກຜົນໃນທຸກໆມື້, ເດືອນ ແລະ ປີ ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເຮັດໃຫ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ພັດທະນາຈາກເມັດພັນໜຶ່ງ ກາຍເປັນໄມ້ໃຫຍ່ທີ່ສູງສະຫງ່າ, ເປັນແບບຢ່າງອັນດີງາມໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.
ໃນທົດສະວັດນີ້, ຊາຕາກໍາຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ມີຄວາມຜູກພັນກັນຢ່າງ ແໜ້ນແຟ້ນຍິ່ງຂຶ້ນ. ເມື່ອຜະເຊີນໜ້າກັບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບໜຶ່ງຮ້ອຍປີ, ຫົກປະເທດໄດ້ຮ່ວມມືກັນກ້າວໄປຂ້າງໜ້າ, ບັນລຸການສ້າງຄູ່ຮ່ວມຊາຕາກຳສອງຝ່າຍຢ່າງກວມລວມ ໄດ້ກາຍເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ ທີ່ຮ່ວມສຸກຮ່ວມທຸກ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ.
ໃນທົດສະວັດນີ້, ພະລັງແຮງການພັດທະນາຂອງບັນດາປະເທດລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ນັບມື້ນັັບອຸດົມສົມບຸນກວ່າເກົ່າ. ມູນຄ່າການຄ້າລະຫວ່າງຈີນ ແລະ 5 ປະເທດລຸ່ມແມ່ນໍ້າຂອງໄດ້ທະລຸ 500 ຕື້ໂດລາສະຫະ ລັດ, ເພີ່ມຂຶ້ນ 150% ເມື່ອທຽບໃສ່ສິບປີກ່ອນ. ເມື່ອບໍ່ດົນນີ້, ພວກເຮົາໄດ້ໄປຢ້ຽມຊົມງານວາງສະແດງຜົນສຳເລັດຂອງການ ຮ່ວມມືລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ໄດ້ເຫັນຜົນງານການຮ່ວມມືອັນໜັກແໜ້ນທີ່ໄດ້ທຸ້ມເທຄວາມອົດທົນ ແລະ ເຫື່ອແຮງສ້າງຂຶ້ນຈາກບັນດາຂະແໜງການ ແລະ ທ້ອງຖິ່ນຂອງຫົກປະເທດ.
ທົດສະວັດນີ້, ກຳແພງປ້ອງກັນຄວາມໝັ້ນຄົງຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ມີຄວາມໜັກແໜ້ນກວ່າເກົ່າ. 6 ປະເທດໄດ້ຊຸກຍູ້ “ການປະຕິບັດງານຢ່າງປອດໄພໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ປະສານສົມທົບກັນແລະສຸມກໍາລັງແຮງໃນຂົງເຂດການປ້ອງກັນ ແລະ ຕ້ານໄພພິບັດ, ສາທາລະນະສຸກ ແລະ ອື່ນໆ, ໄດ້ປົກປ້ອງຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນຢ່າງແຂງແຮງ. ຈີນໄດ້ແບ່ງປັນຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງໃຫ້ແກ່ບັນດາປະເທດລຸ່ມແມ່ນ້ຳ, ຊ່ວຍເຫລືອບັນດາປະເທດລຸ່ມແມ່ນ້ຳຂອງໃນການປ້ອງກັນ ແລະ ຮັບມືກັບໄພພິບັດນ້ຳຖ້ວມ ແລະ ໄພແຫ້ງແລ້ງ.
ໃນທົດສະວັດນີ້, ການແລກປ່ຽນວັດທະນະທຳສັງຄົມຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເລິກເຊິ່ງກວ່າເກົ່າ. “ວີຊາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ຖືກຈັດຕັ້ງປະຕິບັດ, ໂຄງການ “ເກັບກ່ຽວຜົນຜະລິດຈາກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ “ການປະຕິບັດບໍ່ນ້ຳຫວານ” ຊຶ່ງເປັນໂຄງການ “ນ້ອຍແຕ່ສວຍງາມ” ທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ໄດ້ຮັບຜົນສຳເລັດຢ່າງໂດດເດັ່ນ. ປະຊາຊົນຈາກຫົກປະເທດໄດ້ໄປມາຫາສູ່ກັນຢ່າງຄຶກຄື້ນ, ການແລກປ່ຽນວັດທະນະທຳ ແລະ ການເຊື່ອມໂຍງຈິດໃຈຂອງປະຊາຊົນ ໄດ້ກາຍເປັນຂົວຕໍ່ທີ່ແໜ້ນແຟ້ນຍິ່ງຂຶ້ນ.
ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ ໄດ້ຮັບການພັດທະນາຢ່າງວ່ອງໄວໃນໄລຍະສິບປີຜ່ານມາ, ຊຶ່ງມີ 3 ຈຸດສຳຄັນຄື: ຍຶດໝັ້ນການເປັນປະເທດເພື່ອນບ້ານທີ່ດີ ແລະ ມີຊາຕາກຳຮ່ວມກັນສະເໝີ, ຍຶດໝັ້ນການສຸມໃສ່ການພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສະເໝີ ແລະ ຍຶດໝັ້ນການຂັບເຄື່ອນດ້ວຍນະວັດຕະກຳ, ທົດລອງກ່ອນ ແລະ ນຳໜ້າສະເໝີ.
ປັດຈຸບັນ ໂລກໄດ້ກ້າວເຂົ້າສູ່ຍຸກແຫ່ງຄວາມວຸ້ນວາຍ, ລັດທິອຳນາດນິຍົມແລະການເມືອງແບບໃຊ້ກຳລັງໄດ້ແຜ່ລາມຢ່າງກວ້າງຂວາງ, ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ລະບຽບການສາກົນໃນປັດຈຸບັນ. ເມື່ອບໍ່ດົນມານີ້, ກອງປະຊຸມສອງສະພາຂອງຈີນໄດ້ປິດລົງຢ່າງສຳເລັດຜົນ ແລະ ແຜນການ 5 ປີ ຄັ້ງທີ 15 ໄດ້ເລີ່ມຕົ້ນຢ່າງເປັນທາງການ, ເຊິ່ງໄດ້ສ້າງຄວາມໝັ້ນຄົງອັນລ້ຳຄ່າໃຫ້ແກ່ພາກພື້ນ. ພວກເຮົາຕ້ອງເສີມສ້າງການເຊື່ອມໂຍງຍຸດທະສາດ, ຮ່ວມກັນສ້າງການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2.0, ສະແດງໃຫ້ເຫັນຄຸນຄ່າທາງດ້ານຍຸກສະໄໝແຫ່ງການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຊ່ວຍເຫລືອການປົກຄອງທີ່ຍາວນານ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ, ແລະ ສ້າງ “ຕົວແບບ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໃຫ້ແກ່ການຄຸ້ມຄອງທົ່ວໂລກ.
ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີຄວາມສາມັກຄີ ແລະ ຮ່ວມມືກັນ, ເສີມຂະຫຍາຍຄຸນຄ່າຂອງອາຊີທີ່ມີສັນຕິພາບ, ການຮ່ວມມື, ການເປີດກວ້າງ ແລະ ການມີສ່ວນຮ່ວມ, ເລັ່ງລັດການກໍ່ສ້າງກອງເລຂາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເພື່ອເປັນການເສີມແຮງໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ເປີດກວ້າງ ແລະ ມີຜົນປະໂຫຍດຮ່ວມກັນ, ຊຸກຍູ້ການເຊື່ອມຈອດດ້ານພື້ນຖານໂຄງລ່າງຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນທຸກດ້ານ, ດໍາເນີນການຮ່ວມມືແບບ “ຫລາຍປະເທດ ຫລາຍສວນ”, ລົງເລິກການຮ່ວມມື “ຊ່ອງທາງການຄ້າທາງບົກ ແລະ ທາງທະເລສາກົນ” ແລະ ຮ່ວມກັນສ້າງແລວການພັດທະນາເສດຖະກິດໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ພວກເຮົາຕ້ອງສ້າງແມ່ນ້ຳຂອງໃຫ້ເປັນສີຂຽວ ແລະ ນະວັດຕະກຳ, ລົງເລິກການສ້າງແລວທາງນະວັດຕະກຳແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດດີຈິຕອນ, ປັນຍາປະດິດ, ນະວັດຕະກຳວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງລະບົບນິເວດ, ສົ່ງເສີມການລົງທຶນໃນຂົງເຂດພະລັງງານໃໝ່, ສ້າງລະບົບຕ່ອງໂສ້ມູນຄ່າສີຂຽວໃນພາກພື້ນ, ແລະ ສ້າງກຸ່ມອຸດສາຫະກຳສີຂຽວແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ.
ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີການແລກປ່ຽນອະລິຍະທຳເຊິ່ງກັນ ແລະ ກັນ, ເລັ່ງລັດການສ້າງຕັ້ງພັນທະມິດຮ່ວມມືນະຄອນທ່ອງທ່ຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສືບຕໍ່ລົງເລິກການຮ່ວມມືດ້ານສື່ມວນຊົນ ແລະ ຄັງສະໝອງ, ເສີມຂະຫຍາຍຜົນປະໂຫຍດຢ່າງກວ້າງຂວາງ ຂອງໂຄງການກອງທຶນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເປີດກວ້າງການໄປມາຫາສູ່ກັນ ແລະ ການແລກປ່ຽນຊາວໜຸ່ມລະຫວ່າງ 6 ປະເທດ ເພື່ອໃຫ້ມິດຕະ ພາບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສືບທອດໄປຮຸ່ນຕໍ່ຮຸ່ນ.
ພວກເຮົາຕ້ອງສ້າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີຄວາມສະຫງົບສຸກ, ເພີ່ມທະວີການຮ່ວມມືໃນການຄຸ້ມຄອງທົ່ວທັງລຸ່ມແມ່ນ້ຳ, ແບ່ງປັນຂໍ້ມູນອຸທົກກະສາດຕອນເທິງ ແລະ ຕອນລຸ່ມ, ເພີ່ມທະວີການປາບປາມອາຊະຍາກຳຂ້າມຊາດ ເຊັ່ນ: ການພະນັນອອນລາຍ ແລະ ການສໍ້ໂກງທາງໂທລະຄົມ, ຈັດຕັ້ງປະຕິບັດ“ການປະຕິບັດງານຢ່າງປອດໄພໃນຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ການລາດຕະເວນຮ່ວມຕາມແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງໃຫ້ດີ, ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳ.
ໃນໄລຍະຕົ້ນຂອງການສ້າງຕັ້ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ພວກເຮົາໄດ້ຕົກລົງກັນວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈະບໍ່ເປັນ “ສະໂມສອນສົນທະນາລ້າໆ” ແຕ່ຕ້ອງເປັນ “ລົດໄຖ”, ຍຶດໝັ້ນການຖືປະຊາຊົນເປັນຫລັກ, ສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນຂອງ 6 ປະເທດ. ຢືນຢູ່ຈຸດເລີ່ມຕົ້ນໃໝ່, ຈີນຈະຍຶດໝັ້ນແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ວ່າ ຍຶດໝັ້ນການເປັນມິດກັບປະເທດບ້ານໃກ້ເຮືອນຄຽງ, ມີຄວາມຈິງໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເປີດກວ້າງກວມລວມ, ຮ່ວມກັບ 5 ປະເທດແມ່ນ້ຳຂອງ, ເປີດສັງກາດໃໝ່ “ທົດສະວັດທອງ” ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນສ້າງບ້ານເມືອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ມີຄວາມສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ຄວາມສວຍງາມ ແລະ ມິດຕະ ພາບ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ການພັດທະນາໃຫ້ແກ່ພາກພື້ນ ແລະ ທົ່ວໂລກ.

