Homeຂ່າວການເມືອງທູດລາວຍື່ນສານຕາຕັ້ງຕໍ່ຮັກສາການປະມຸກລັດ ແຫ່ງ ລາຊະອານາຈັກກຳປູເຈຍ

ທູດລາວຍື່ນສານຕາຕັ້ງຕໍ່ຮັກສາການປະມຸກລັດ ແຫ່ງ ລາຊະອານາຈັກກຳປູເຈຍ

ໃນຕອນເຊົ້າຂອງວັນທີ 24 ມີນາ 2026 ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກຳປູເຈຍ, ທ່ານ ສອນໄຊ ວັນນະໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດອັດຄະໂມຫາ ເສນາ ບໍດີ ເຕໂຈ ຮຸນ ເຊນ ຮັກສາການ ປະມຸກລັດ ແຫ່ງ ລາຊະອານາຈັກກໍາປູເຈຍ ເພື່ອດໍາລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ລາຊະອານາຈັກກຳປູເຈຍ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສອນໄຊ ວັນນະໄຊ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງພະບາດສົມເດັດ ພະບໍລົມມໍນຽດ ໂນໂຣດົມສີຫາໂມນີ ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ແລະ ພະມານດາຂອງພະອົງ, ພ້ອມກັນນັ້ນ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ ພະບາດສົມເດັດ ທີ່ຕອບຮັບການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ໃນການເດີນທາງຢ້ຽມຢາມລັດຖະກິດ ສປປ ລາວ ໃນລະຫວ່າງ ວັນທີ 14-15-16 ມິຖຸນາ 2026 ທີ່ຈະມາເຖິງນີ້ ຊຶ່ງເປັນນິມິດໝາຍ ແຫ່ງການພົວພັນອັນດີງາມ ຂອງສອງປະເທດ ລາວ-ກຳປູເຈຍ ແລະ ເປັນກຽດຢ່າງສູງທີ່ປະຊາຊົນລາວທຸກຖ້ວນໜ້າ ຈະໄດ້ຕ້ອນຮັບພະບາດສົມ ເດັດພະບໍລົມໂມນຽດ ໂນໂຣດົມ ສີຫາໂມນີ ພະມາຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ໃນໂອກາດດັ່ງກ່າວ.

ທ່ານເອກອັກຄະລັດຖະທູດ ສອນໄຊ ວັນນະໄຊ ກໍໄດ້ຕີລາຄາສູງຕໍ່ການພົວພັນຂອງສອງປະເທດ ລາວ-ກຳປູເຈຍ ທີ່ມີການພົວພັນຮ່ວມມືນໍາກັນມາແຕ່ດົນນານ ແລະ ຕໍ່ເນື່ອງຕະຫລອດມາ, ໄດ້ຮັບການເສີມຂະຫຍາຍ ຢ່າງແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະພາຍຫລັງທີ່ສອງຝ່າຍໄດ້ຍົກລະດັບການພົວພັນຮ່ວມມືຂຶ້ນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານໃນປີ 2019, ການພົວພັນຮ່ວມມືສອງຝ່າຍແມ່ນມີບາດກ້າວຂະຫຍາຍ ຕົວຢ່າງເປັນຮູບປະທໍາຫລາຍຂຶ້ນ ຊຶ່ງສະແດງອອກຢູ່ບ່ອນວ່າ ສອງຝ່າຍມີການແລກປ່ຽນຢ້ຽມຢາມການໄປມາຫາສູ່ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ການແລກປ່ຽນຂໍ້ມູນຂ່າວສານ, ການຊຸກຍູ້ ແລະ ສົ່ງເສີມສະໜັບສະໜູນການຮ່ວມ ມືດ້ານວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ດ້ານເສດຖະກິດການຄ້າ, ການລົງທຶນ, ທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ ແນໃສ່ເພື່ອຜົນປະໂຫຍດ ຂອງປະເທດຊາດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ. ໃນໂອກາດທີ່ປະຕິບັດໜ້າທິການທູດຢູ່ ລາຊະອານາຈັກ ກຳປູເຈຍ ທ່ານທູດຈະສືບຕໍ່ເປັນຂົວຕໍ່ທີ່ດີ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລາວ-ກຳປູເຈຍ ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາຕັ້ງແຕ່ບູຮານນະການ ມີຄວາມຜູກພັນຮັກ ແພງກັນ ເປັນບ້ານແກ່ວເມືອງດອງທີ່ເຄີຍມີການຈາລຶກໄວ້ໃນໜ້າປະຫວັດສາດ ນັບຕັ້ງແຕ່ຍຸກຂອງເຈົ້າຟ້າງຸ່ມເປັນຕົ້ນມາ ຊຶ່ງສະແດງໃຫ້ເຫັນໃນມໍ່ໆມານີ້ ວັນທີ 6-7 ກຸມພາ 2026 ຜ່ານມາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສອງພັກການເມືອງ ລາວ-ກຳປູເຈຍ ແລະ ສາມພັກການເມືອງ ລາວ-ກຳປູເຈຍ-ຫວຽດນາມ ແລະ ສືບຕໍ່ຢ້ຽມຢາມລັດຖະກິດ ລາຊະອານາຈັກ ກຳປູເຈຍ. ນອກນັ້ນ, ຍັງມີການຢ້ຽມຢາມສັນທະວະໄມຕີເປັນທາງການ ຂອງຄະນະຜູ້ແທນຂັ້ນສູງລົງຮອດຂັ້ນທ້ອງຖິ່ນຢ່າງເປັນປົກກະຕິ ຊຶ່ງປີນີ້ກໍເປັນປີຄົບຮອບ 70 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລາວ-ກໍາປູເຈຍ 15 ມິຖຸນາ 1956 ເພື່ອສືບຕໍ່ຮັກສາ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນໃກ້ຊິດທີ່ມີມາຢ່າງຍາວນາມ ລະຫວ່າງ ສອງປະເທດຂອງພວກເຮົາ ສອງຝ່າຍກໍມີແຜນຈັດກິດຈະກຳກິລາຮ່ວມ ເພື່ອລະນຶກເຖິງສາຍພົວພັນຮ່ວມມືຂອງສອງປະເທດ ລາວ-ກຳປູເຈຍ ຢູ່ນະຄອນ ຫລວງພະນົມເປັນ ແລະ ຢູ່ນະຄອນຫລວງວຽງຈັນອີກດ້ວຍ. ທ່ານທູດຍັງກ່າວຕື່ມອີກວ່າ ຈະສືບຕໍ່ເສີມຂະຫຍາຍການພົວພັນໃນທຸກຂົງເຂດ ບໍ່ວ່າຈະເປັນຂົງເຂດການພົວພັນຮ່ວມມືສາຍພັກ-ລັດ ແລະ ພ້ອມທັງສືບຕໍ່ສົ່ງ ເສີມການຮ່ວມມືໃນຂອບສອງຝ່າຍ, ຫລາຍຝ່າຍ ແລະ ຂອບອາຊຽນ ໃຫ້ນັບມື້ນັບເຂັ້ມ ແຂງຂຶ້ນເລີຍໆ.

ສົມເດັດ ຮຸນ ເຊນ, ຮັກສາການປະມຸກລັດ ແຫ່ງ ລາຊະອານາຈັກ ກຳປູເຈຍ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສອນໄຊ ວັນນະໄຊ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ລາຊະອານາຈັກກຳປູເຈຍ ເພື່ອປະຕິບັດໜ້າທີ່ອັນຊົງກຽດ ສືບຕໍ່ສານສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືໃນດ້ານການເມືອງ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ, ສາທາ ລະນະສຸກ ແລະ ຊຸກຍູ້ໃຫ້ມີການແລກປ່ຽນດ້ານການຄ້າ-ການລົງທຶນ, ທ່ອງທ່ຽວ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແລະ ປະຊາຊົນ ໃຫ້ນັບມື້ນັບກວ້າງຂວາງ ເພື່ອຜົນປະໂຫຍກຂອງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ໃຫ້ເໝືອຄໍາຂວັນຂອງສອງປະເທດວ່າ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ. ພ້ອມກັນນີ້, ສົມເດັດກໍໄດ້ສົ່ງສານອວຍພອນສະແດງຄວາມຍິນດີເຖິງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ການເລືອກຕັ້ງເປັນການນຳຂັ້ນສູງຂອງ ສປປ ລາວ ອີກສະໄໝໜຶ່ງ. ພ້ອມທັງອວຍພອນໄຊອັນປະເສີດໄປຍັງການນຳຂັ້ນສູງ ສປປ ລາວ ແລະ ປະຊາຊົນລາວໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສອນໄຊ ວັນນະໄຊ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳເວົ້າອັນຈົບງາມຂອງສົມເດັດ ຮຸນ ເຊນ ທີ່ມີຕໍ່ສາຍພົວພັນມິດຕະພາບ ແລະ ມູນເຊື້ອມາແຕ່ດົນນານຂອງສອງປະເທດ ລາວ-ກຳປູເຈຍ. ພ້ອມກັນນັ້ນ, ກໍໄດ້ອວຍພອນໄຊອັນປະເສີດໄປຍັງ ສົມເດັດ ຮຸນ ເຊນ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງທ່ານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments