Homeຂ່າວໜ້າໜຶ່ງບົດອວຍພອນຂອງ ຮອງນາຍົກລັດຖະມົນຕີ ໃນໂອກາດສະຫລອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ບົດອວຍພອນຂອງ ຮອງນາຍົກລັດຖະມົນຕີ ໃນໂອກາດສະຫລອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຄໍາອວຍພອນມາຍັງບັນດາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດສະມາຊິກ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ແລະ ປະຊາຊົນທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ ຊຶ່ງມີເນື້ອໃນດັ່ງນີ້:

ໃນໂອກາດຄົບຮອບ 10 ປີ ຂອງການສ້າງຕັ້ງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ລັດຖະມົນຕີກະຊວງການຕ່າງ ປະເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ.

ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016 ເປັນຕົ້ນມາ, ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ຊຶ່ງປະກອບມີ: ກຳປູເຈຍ, ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ໄດ້ມີການຂະຫຍາຍຕົວຈາກວິໄສທັດ ມາເປັນການຮ່ວມມືທີ່ຕັ້ງໜ້າ ແລະ ເນັ້ນໃສ່ໝາກຜົນຕົວຈິງ. ໃນທົດສະວັດຜ່ານມາ, ພາຍໃຕ້ຫລັກການທີ່ເນັ້ນການເປັນເອກະພາບ, ຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນ, MLC ໄດ້ກາຍມາເປັນຕົວແບບຊັ້ນນຳຂອງຄວາມສາມັກຄີໃນພາກພື້ນ, ການໃຫ້ກຽດເຊິ່ງກັນ ແລະ ກັນ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ຕະຫລອດໄລຍະ 10 ປີ ຜ່ານມາ, ຄວາມມຸ່ງໝັ້ນພະຍາຍາມຂອງພວກເຮົາ ໄດ້ນຳໄປສູ່ຄວາມຄືບໜ້າທີ່ສຳຄັນໃນ 5 ຂົງເຂດບຸລິມະສິດ ຄື: ການເຊື່ອມຈອດ, ການຮ່ວມມືດ້ານກຳລັງການຜະລິດ, ການຮ່ວມມືດ້ານເສດ ຖະກິດຂ້າມແດນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການພັດທະນາກະສິກຳ ແລະ ການລຶບລ້າງຄວາມທຸກຍາກ. ຄວາມພະຍາຍາມເຫລົ່ານີ້ ບໍ່ພຽງແຕ່ນຳຜົນປະໂຫຍດມາສູ່ປະເທດສະມາຊິກໃນພາກພື້ນ, ແຕ່ຍັງໄດ້ຊ່ວຍການແກ້ໄຂສິ່ງທ້າທາຍທີ່ສຳຄັນ ເປັນຕົ້ນ ແມ່ນການແຜ່ລະບາດຂອງພະຍາດ, ການປ່ຽນແປງສະພາບພູມອາກາດ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຊຶ່ງສະແດງໃຫ້ເຫັນເຖິງພະລັງແຫ່ງຄວາມສາມັກຄີ ແລະ ຄວາມເຂັ້ມແຂງຮ່ວມກັນຂອງພວກເຮົາ.

ໃນຂະນະທີ່ພວກເຮົາກ້າວໄປຂ້າງໜ້າ, ໝາກຜົນຂອງກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ແລະ ບັນດາຂໍ້ລິເລີ່ມທີ່ໄດ້ກຳນົດໄວ້ໃນແຜນປະຕິບັດງານ 5 ປີ (2023-2027) ໄດ້ກຳນົດວິໄສທັດອັນຈະແຈ້ງ ເພື່ອຮັດແໜ້ນສາຍພົວພັນຂອງພວກເຮົາໃຫ້ເລິກເຊິ່ງກວ່າເກົ່າ. ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງເຕັມທີ່ຕໍ່ແຜນປະຕິບັດງານດັ່ງກ່າວ ແລະ ຈະເພີ່ມທະວີການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມເສັ້ນທາງສາຍໄໝສີຂຽວ, ການພັດທະ ນາແລວທາງນະວັດຕະກຳ, ການຮັດແໜ້ນການຮ່ວມມືດ້ານສາທາລະນະສຸກ, ການນຳໃຊ້ທ່າແຮງຂອງເສດຖະກິດດີຈິຕອນ ແລະ ຂົງເຂດບຸລິມະສິດອື່ນໆ ຢ່າງມີປະສິດທິຜົນ ເພື່ອຮັບປະກັນສະຖຽນລະພາບ, ຄວາມຈະເລີນຮຸ່ງຮືອງ ແລະ ການພັດທະນາແບບຍືນຍົງໃນທົ່ວພາກພື້ນ.

ສຳລັບ ສປປ ລາວ, ພວກເຮົາໄດ້ຮັບຜົນປະໂຫຍດຢ່າງຫລວງຫລາຍຈາກຂອບການຮ່ວມມື MLC, ຜ່ານບັນດາຂໍ້ລິເລີ່ມທີ່ໄດ້ຮັບທຶນສະໜັບສະໜູນ ຈາກກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ພວກເຮົາໄດ້ຮັບການອະນຸມັດໂຄງການ ທັງໝົດ 100 ໂຄງການ, ລວມມູນຄ່າປະມານ 26 ລ້ານໂດລາສະຫະລັດ. ບັນດາໂຄງການເຫລົ່ານີ້ແມ່ນໄດ້ແນໃສ່ການປັບປຸງພື້ນຖານໂຄງລ່າງ, ສົ່ງເສີມການພັດທະນາຊັບພະຍາກອນມະນຸດ, ເສີມສ້າງການຄຸ້ມຄອງຊັບພະຍາກອນນ້ຳ ແລະ ປັບປຸງການເຊື່ອມຈອດ, ພ້ອມທັງສະໜັບສະໜູນວຽກງານສາທາລະນະສຸກ ແລະ ການຫລຸດຜ່ອນຄວາມທຸກຍາກ. ຄວາມພະຍາຍາມໃນການຮ່ວມມືເຫລົ່ານີ້ ບໍ່ພຽງແຕ່ໄດ້ຕອບສະໜອງຄວາມຕ້ອງການໃນດ້ານການພັດທະນາເທົ່ານັ້ນ, ແຕ່ຍັງໄດ້ສ້າງຂີດຄວາມສາມາດທີ່ຈຳເປັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ໃນໄລຍະຍາວ ແລະ ໄດ້ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນພວກເຮົາໃຫ້ດີຂຶ້ນ.

ໃນໂອກາດນີ້, ສປປ ລາວ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ໄດ້ໃຫ້ການຮ່ວມມື ແລະ ການປະກອບສ່ວນອັນສຳຄັນເຂົ້າໃນກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນໃນອະນຸພາກພື້ນແມ່ນ້ຳຂອງ. ການມີສ່ວນຮ່ວມຢ່າງຫ້າວຫັນ ແລະ ຕໍ່ເນື່ອງຂອງພວກເຮົາໃນຂອບການຮ່ວມມືນີ້ ແມ່ນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຕໍ່ກັບການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ ຂອງບັນດາປະເທດສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງໝົດ.

ໃນຂະນະທີ່ພວກເຮົາຮ່ວມກັນສະເຫລີມສະຫລອງວາລະຄົບຮອບ 10 ປີນີ້, ຂໍໃຫ້ພວກເຮົາພ້ອມກັນຢັ້ງຢືນເຖິງຄວາມມຸ່ງໝັ້ນຕໍ່ກັບ “ປະຊາຄົມແຫ່ງອະນາຄົດຮ່ວມກັນ” ແລະ ບັນລຸວິໄສທັດຍຸດທະສາດສຳລັບ 10 ປີຕໍ່ໜ້າ ແຫ່ງການພັດທະນາທີ່ມີຄຸນນະພາບສູງ. ຂໍໃຫ້ 10 ປີຕໍ່ໜ້ານີ້ ຈົ່ງເປັນທົດສະວັດທີ່ຮຸ່ງເຮືອງສີວິໄລກວ່າເກົ່າ, ມີສ່ວນຮ່ວມຫລາຍຂຶ້ນ ແລະ ມີຄວາມຍືນຍົງຍິ່ງໆຂຶ້ນກວ່າໄລຍະທີ່ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments