Homeຂ່າວພາຍໃນກະຊວງ ວທ ຈັດພິທີປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ກະຊວງ ວທ ຈັດພິທີປະກາດຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່

ພິທີປະກາດການຍົກຍ້າຍພະນັກງານການນຳ ຂັ້ນສູງໄປຮັບໜ້າທີ່ໃໝ່ ຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດຂຶ້ນໃນວັນທີ 25 ມີນາ 2025 ຢູ່ຫໍວັດທະນະທຳແຫ່ງຊາດ ໂດຍມີ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຄະນະນຳ, ຄະນະກົມ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍພະນັກງານຫລັກແຫລ່ງ ແລະ ພະນັກງານ-ລັດຖະກອນ ກະຊວງ ວທ ເຂົ້າຮ່ວມ.

ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍ ພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍເຫັນດີຍົກຍ້າຍ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄປຮັບໜ້າທີ່ໃໝ່ຢູ່ ຄະນະໂຄສະນາອົບຮົມສູນກາງພັກ.

ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ, ໄວ້ວາງໃຈຂອງຂັ້ນເທິງທີ່ເຫັນວ່າໄລຍະຜ່ານມາ ສາມາດນໍາພາ-ຊີ້ນໍາສ້າງໄດ້ຜົນງານຫລາຍດ້ານ, ຍ້ອນມີຄວາມບຸກບືນ, ຝຶກຝົນຫລໍ່ຫລອມຕົນເອງ ຂອງສະຫາຍຢ່າງຕັ້ງໜ້າ ສາມາດເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ຈົນກາຍເປັນການນໍາຂັ້ນສູງທີ່ມີບົດບາດ, ມີບົດຮຽນ ແລະ ປະສົບການ ໃນການນໍາພາ-ຊີ້ນໍາເຮັດສໍາເລັດໜ້າທີ່ການເມືອງເປັນຢ່າງດີ, ໃນນາມສ່ວນຕົວ ຫລື ໃນນາມການຈັດຕັ້ງ, ຂ້າພະເຈົ້າເຊື່ອໝັ້ນວ່າ, ສະຫາຍຍັງຈະສືບຕໍ່ນໍາເອົາບົດຮຽນ, ປະສົບການ ກໍຄືຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ເຫື່ອແຮງ ໄປໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໄດ້ຮັບດີຍິ່ງຂຶ້ນ. ພ້ອມນີ້, ສະຫາຍເປັນຜູ້ໜຶ່ງທີ່ມີບົດບາດໃນການນໍາພາ-ຊີ້ນໍາ ແລະ ຂັບເຄື່ອນບັນດາວຽກງານໃນ ຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ໃນເມື່ອກ່ອນ ກໍຄື ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ໃນປັດຈຸບັນ, ຜົນງານ ແລະ ຄຸນງາມຄວາມດີທີ່ສະຫາຍໄດ້ ສະແດງອອກໃນບົດເກັບກ່ຽວແມ່ນຄວາມຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments