Homeຂ່າວໜ້າໜຶ່ງ5 ປີ ຜ່ານມາອົງການກວດສອບ ໄດ້ດໍາເນີນການກວດສອບທັງໝົດ 611 ເທື່ອ/ເປົ້າໝາຍ

5 ປີ ຜ່ານມາອົງການກວດສອບ ໄດ້ດໍາເນີນການກວດສອບທັງໝົດ 611 ເທື່ອ/ເປົ້າໝາຍ

ຕະຫລອດໄລຍະ 5 ປີ ຜ່ານມາ(2021-2025) ອົງການກວດສອບແຫ່ງລັດ ໄດ້ສຸມໃສ່ກວດສອບບັນດາເປົ້າໝາຍຕົ້ນຕໍ ທີ່ມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ໜີ້ສິນສາທາລະນະ, ການປະຕິບັດນະໂຍບາຍການເງິນ-ເງິນຕາ, ການຄຸ້ມຄອງລາຍຮັບສ່ວຍສາອາກອນ, ພາສີ, ຊັບສິນແຫ່ງລັດ, ການຄຸ້ມຄອງລາຍຈ່າຍລົງທຶນ, ລາຍຈ່າຍບໍລິຫານ, ການຄຸ້ມຄອງເງິນກູ້ຢືມ ແລະ ຊ່ວຍເຫລືອລ້າຈາກຕ່າງປະເທດ, ການຄຸ້ມຄອງເງິນໃຫ້ກູ້ຢືມ, ການປະຕິບັດພັນທະຕໍ່ງົບປະມານແຫ່ງລັດ, ປະສິດທິຜົນໃນການເຄື່ອນໄຫວທຸລະກິດ, ຜົນການຈັດຕັ້ງປະຕິບັດ ແລະ ກວດສອບຫົວຂໍ້ສະເພາະ ກ່ຽວກັບການຂຸດຄົ້ນແຮ່ທາດ ແລະ ການຄຸ້ມຄອງເສດຖະກິດພິເສດ. ໃນ 5 ປີ ຜ່ານມາ ໄດ້ດໍາເນີນການກວດສອບທັງໝົດ ຈໍານວນ 611 ເທື່ອ/ເປົ້າໝາຍ ທຽບໃສ່ແຜນການ 5 ປີ ທີ່ສະພາແຫ່ງຊາດຮັບຮອງ ເທົ່າກັບ 102% (ແຜນສະພາແຫ່ງຊາດຮັບຮອງ 600 ເປົ້າໝາຍ).

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນໄຫວວຽກງານໃນໄລຍະ5 ປີ (2021-2025) ແລະ ທິດທາງການເຄື່ອນໄຫວ 5 ປີ (2026-2030) ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນາ 2026 ນີ້ວ່າ: ການກວດສອບໃນໄລຍະຜ່ານມານັ້ນ ມີຂົງເຂດງົບປະມານ 191 ເປົ້າໝາຍ, ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫລືອລ້າ 97 ເປົ້າໝາຍ, ຂົງເຂດໂຄງການລົງທຶນຂອງລັດ 88 ເປົ້າໝາຍ, ຂົງເຂດທະນາຄານ 49 ເປົ້າໝາຍ, ຂົງເຂດວິສາຫະກິດ 112 ເປົ້າໝາຍ ແລະ ຫົວຂໍ້ສະເພາະ 74 ເປົ້າໝາຍ; ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບຢ່າງແຂງແຮງ ດ້ວຍຫລາຍວິທີການ ເປັນຕົ້ນ ຈັດກອງປະຊຸມເຜີຍແຜ່ແຈ້ງຜົນການກວດສອບ, ອອກຄໍາແນະນໍາວ່າດ້ວຍການແກ້ໄຂຜົນການກວດສອບ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ; ແຕ່ງຕັ້ງຄະນະລົງຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບຢູ່ບັນດາເປົ້າໝາຍ; ຕິດຕາມການແກ້ໄຂຜົນການກວດສອບເປັນປົກກະຕິ ຜ່ານກົນໄກການເຊັນບົດບັນທຶກ ແລະ ແຜນລະອຽດການແກ້ໄຂຜົນການກວດສອບຮ່ວມກັນ ຈໍານວນ 115 ເປົ້າໝາຍ; ໄດ້ລາຍງານຜົນການກວດສອບ ຕໍ່ປະທານປະເທດ, ນາຍົກລັດຖະມົນຕີ, ຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະພາແຫ່ງຊາດ ລວມທັງໝົດ 30 ກວ່າຄັ້ງ ຊຶ່ງລື່ນຄາດໝາຍກຳນົດໄວ້; ຜ່ານການທົບທວນຄືນຜົນການກວດສອບ ແລະ ການແກ້ໄຂຜົນການກວດສອບ ທີ່ພົ້ນເດັ່ນເຊັ່ນ: ເງິນທີ່ກວດສອບເຫັນເພີ່ມ, ໜີ້ຕ້ອງຮັບສ່ວຍສາອາກອນ, ໜີ້ຕ້ອງຮັບຊັບສິນ, ໜີ້ຕ້ອງຮັບອື່ນໆ, ຄ່າເຊົ່າສໍາປະທານ ແລະ ເງິນຮັກສາໄວ້ໃນບັນຊີລໍຖ້າໃນໄລຍະ 5 ປີ ຜ່ານມາສາມາດສັງຮວມໄດ້ດັ່ງນີ້: ປີ 2021 ກວດສອບເຫັນ ຈໍານວນ 6.721,71 ຕື້ກີບ, ແກ້ໄຂໄດ້ 394,61 ຕື້ກີບ ເທົ່າກັບ 5,87%; ປີ 2022 ກວດສອບເຫັນ ຈໍານວນ 3.961,39 ຕື້ກີບ, ແກ້ໄຂໄດ້ 356,65 ຕື້ກີບ ເທົ່າກັບ 9%; ປີ 2023 ກວດສອບເຫັນ ຈໍານວນ 5.192,42 ຕື້ກີບ, ແກ້ໄຂໄດ້ 718,38 ຕື້ກີບ ເທົ່າກັບ 13,84%; ປີ 2024 ກວດສອບເຫັນ ຈໍານວນ 9.701,57 ຕື້ກີບ, ແກ້ໄຂໄດ້ 5.303,17 ຕື້ກີບ ແລະ 310.000 ໂດລາສະຫະລັດ ເທົ່າກັບ 47,96%; ປີ 2025 ກວດສອບເຫັນ ຈໍານວນ 12.033,56 ຕື້ກີບ, ສໍາລັບ ຜົນການແກ້ໄຂ ແມ່ນຈະສືບຕໍ່ກວດຄືນ ແລະ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ 2026.

ສັງລວມແລ້ວ, ຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ໄດ້ເຮັດໃຫ້ການແກ້ໄຂມີທ່າອ່ຽງດີຂຶ້ນ ໃນແຕ່ລະປີ ແລະ ໄດ້ເອົາໃຈໃສ່ວຽກງານກວດກາ ໂດຍຖືສໍາຄັນວຽກງານປ້ອງກັນພັກ-ພະນັກງານ, ໄດ້ຄົ້ນຄວ້າແຕ່ງຕັ້ງ ຄະນະຮັບຜິດຊອບປ້ອງກັນພາຍໃນ ເພື່ອປະຕິບັດໜ້າທີ່ໃນການຕິດຕາມ, ກວດກາ, ສະກັດກັ້ນ ແລະ ປະກົດການ ຫຍໍ້ທໍ້ຂອງພະນັກງານລັດຖະກອນ; ໄດ້ຈັດຕັ້ງການດໍາເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ລັດຖະ ກອນ ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ; ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີ ວຽກງານກວດກາທົ່ວປະເທດ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມລະບຽບການ, ຍຶດຖືຈັນຍາບັນທາງດ້ານວິຊາສະເພາະກວດສອບ; ມີການຕິດຕາມ, ເກັບກໍາຫາງສຽງ, ດໍາເນີນ ລະບອບຮ່ວມຊີວິດ ແລະ ສໍາຫລວດກວດກາ ຢ່າງເປັນປົກກະຕິ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments